ອານຸສອນ+ອິນທິລາ ສ້າງຊື່ໃຫ້ວົງການມວຍລາຍລາວ ຄວ້າຫຼຽນເງິນໃນ Online World Martial Arts

952

ເປັນອີກໜຶ່ງຄວາມພາກພູມໃຈ ໃນການແຂ່ງຂັນສະແດງສີລະປະການປ້ອງກັນຕົວຂອງນາໆປະເທດໃນລາຍການ Online World Martial Arts ລະຫວ່າງວັນທີ 29 ຕຸລາ – 2 ພະຈິກ 2021 ເມື່ອນັກມວຍລາຍລາວ ຍາດໄດ້ຫຼຽນເງິນປະເພດຄູ່ປະສົມຍິງ-ຊາຍ.

ລາຍການນີ້ແມ່ນຈັດທີ່ ສ.ເກົາຫຼີ ເປັນເຈົ້າພາບ ເນື່ອງຈາກການລະບາດຂອງ ໂຄວິດ-19 ເຊິ່ງປີນີ້ຕ້ອງແຂ່ງຂັນແບບອອນລາຍ ໂດຍມີ 40 ປະເທດເຂົ້າຮ່ວມແຂ່ງຂັນ ປາກົດວ່າ: ສປປ ລາວ ຍາດໄດ້ຫຼຽນເງິນຈາກການສະແດງມວຍລາຍລາວຄູ່ປະສົມຍິງ-ຊາຍ ໂດຍ ທ້າວ ອານຸສອນ ວັນນະລາດ ກັບ ນາງອິນທິລາ ບຸດສິງຄຳ.

ຫຼ້າສຸດ ນາງ ອິນທິລາ ໃຫ້ສໍາພາດກັບທີມຂ່າວເສດຖະກິດ-ການຄ້າວ່າ: ການແຂ່ງຂັນແມ່ນຈັດການແຂ່ງຂັນຢູ່ ສ. ເກົາຫຼີ ເຊິ່ງປະເທດທີ່ເຂົ້າຮ່ວມແມ່ນເປັນສະມາຊິກ ໃນການແຂ່ງຂັນການຕໍ່ສູ້ປ້ອງກັນໂຕ ລະດັບໂລກ ເຊິ່ງປີນີ້ມີ 7 ລາຍການໃຫ່ຍຄື: ດ່ຽວຊາຍ ມືເປົ່າ, ດ່ຽວຍິງ ມືເປົ່າ, ດ່ຽວຊາຍ ມີອາວຸດ, ດ່ຽວຍິງ ມີອາວຸດ, ຄູ່ປະສົມຍິງຊາຍ, ຄູ່ປະສົມ ມີອາວຸດ ແລະ ປະເພດທີມ ເຊິ່ງຮູບແບບການແຂ່ງຂັນແມ່ນແຂ່ງຂັນທາງອອນລາຍຄື ຖ່າຍວີດີໂອແລ້ວສົ່ງໃຫ້ກັບຝ່າຍຈັດການແຂ່ງຂັນ ປາກົດວ່າ: ສປປ ລາວ ເຮົາຍາດໄດ້ຫຼຽນເງິນ ຈາກປະເພດຄູ່ປະສົມຍິງ-ຊາຍມືເປົ່າ.

ສໍາລັບ ລາຍການນີ້ ນັກກີລາມວຍລາວລາຍ ເຄີຍໄປຮ່ວມແຂ່ງຂັນສິລະປະປ້ອງກັນຕົວລະດັບໂລກ (World Martial Arts) ເຊິ່ງໄດ້ນຳໃຊ້ມວຍລາຍລາວ ໄປສະແດງໃນງານທີ່ ສ. ເກົາຫຼີ ສາມາດຍາດໄດ້ລາງວັນອັນດັບທີ 3 ໃນປີ 2018 ເຊິ່ງປີນັ້ນແມ່ນນໍາໂດຍອາຈານ ພິລາວັນ ຈັນທະກາລີ ( ຊິກກອຍ ລາວແອັກຊັນ )

ສ່ວນ ທ້າວ ອານຸສອນ ວັນນະລາດ ກັບ ນາງ ອິນທິລາ ບຸດສິງຄຳ ກໍເປັນລູກສິດຂອງ ອາຈານ ພິລາວັນ ຈັນທະກາລີ ( ຊິກກອຍ ລາວແອັກຊັນ ) ຄື: ນາງ ອິນທິລາ ບຸດສິງຄຳ ອາຍຸ 24 ປີ ບ້ານໜອງຂຽດ ເມືອງປາກງື່ມ ນະຄອນຫຼວງວຽງ ເລີ່ມຫຼີ້ນກີລາມວຍລາຍລາວ ສິລະຕໍ່ສູ້ປ້ອງກັນໂຕ ແຕ່ປີ 2019 ແລະ ກໍເລີ່ມເຂົ້າມາຮ່ວມສັງກັດຢູ່ທີມ ລາວແອັກຊັນສະຕາ ປັດຈຸບັນນ້ອງກຳລັງສຶກສາຢູ່ ມຊ ຄະນະວິທະຍາສາດການກີລາ-ກາຍະກຳ ພາກວິຊາຄູພະລະສຶກສາ ປີທີ 4, ສ່ວນ ທ້າວ ອານຸສອນ ອາຍຸ 20 ປີ ຢູ່ບ້ານດົງໂດກ ກໍາລັງສຶກສາຢູ່ ມະຫາວິທະຍາໄລແຫ່ງຊາດລາວ