ລາຍ​ລະ​ອຽດ​ຜູ້​ເສຍ​ຊີ​ວິດ​ໃໝ່ 3 ຄົນ, ໜຶ່ງ​ໃນ​ນັ້ນ​ຢູ່​ສະ​ຖານຄຸມຂັງ ບໍ່ມີອາການສະແດງອອກ

734

ທ່ານ ນາງ ດຣ ພອນປະເສີດ ໄຊຍະມຸງຄົນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວ່າ ໃນມື້ວານນີ້ ວັນທີ 30 ຕຸລາ 2021 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດ ທັງໝົດ 6.173 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 685 ຄົນ (ຕິດເຊື້ອພາຍໃນປະເທດ 679 ຄົນ, ເດີນທາງຈາກຕ່າງປະເທດ 6 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 40.271 ຄົນ,

ເສຍຊີວິດສະສົມ 65 (ໃໝ່ 3), ປິນປົວຫາຍດີໃນມື້ວານນີ້ 372 ຄົນ ຈຳນວນຜູ້ທີ່ຍັງປິ່ນປົວ ແມ່ນ 6.826 ເຊິ່ງໝາຍຄວາມວ່າ ມາຮອດມື້ນີ້ ຍັງມີຜູ້ຕິດເຊື້ອພະຍາດໂຄວີດ-19 ກວມ 16.9 % ຂອງ ຈຳນວນຜູ້ຕິດເຊື້ອງທັງ ໝົດ ແລະ ຜູ້ປິ່ນປົວຫາຍດີແລ້ວ ແມ່ນ 82.8 %
ສຳລັບ ຄົນເຈັບເສຍຊີວີດ 3 ຄົນ, ລາຍລະອຽດ ດັ່ງນີ້

ຜູ້ທີ1 ເພດຊາຍ, ອາຍ 36 ປີ, ສັນຊາດ: ລາວ, ບ້ານຫນອງໜຽວ, ເມືອງສີໂຄດຕະບອງ, ນະຄອນຫລວງ ພະຍາດປະຈຳຕົວ ວັນນະໂລກ ວັນທີ 27 ພະຈິກ 2020: ໄດ້ກັກໂຕຢູ່ສະຖານທີ່ຄຸມຂັງແຫ່ງໜຶ່ງ, ຄົນເຈັບບໍ່ມີອາການສະແດງອອກ, ວັນທີ 30 ຕຸລາ 2021 ເວລາ ~11:40 ໂມງຂອງ ຜູ້ກ່ຽວໄດ້ເສຍຊີວິດ
ຜູ້ທີ 2 ເພດຊາຍ, ອາຍ 58 ປີ, ບ້ານໂພສີ, ນະຄອນຫລວງພະບາງ, ແຂວງຫລວງພະບາງ
ພະຍາດປະຈຳຕົວ ຄວາມດັນເລືອດສູງ ແລະ ຫົວໃຈຊຸດໂຊມ, ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19

ວັນທີ 22 ຕຸລາ 2021 ຜູ້ກ່ຽວໄດ້ເຂົ້າມາກວດຢູ່ໂຮງໝໍແຂວງຫລວງພະບາງ ດ້ວຍອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ຈຶ່ງໄດ້ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ແລະ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 22-30 ຕຸລາ 2021 ເປັນເວລາ 12 ມື້ ວັນທີ 30 ຕຸລາ 2021 ເວລາ 06:30 ໂມງຂອງ ຜູ້ກ່ຽວໄດ້ເສຍຊີວິດ.
ຜູ້ທີ 3 ເພດຊາຍ, ອາຍ 54 ປີ, ບ້ານນາສ້າງເຫວີຍ, ນະຄອນຫລວງພະບາງ, ແຂວງຫລວງພະບາງ ພະຍາດປະຈຳຕົວ ເບົາຫວານ, ຄວາມດັນເລືອດສູງ ແລະ ຫົວໃຈຊຸດໂຊມ

ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19, ວັນທີ 28 ຕຸລາ 2021 ຜູ້ກ່ຽວໄດ້ເຂົ້າມາກວດຢູ່ໂຮງໝໍແຂວງຫລວງພະບາງ ດ້ວຍອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງຜົນກວດ ຈຶ່ງໄດ້ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19
ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 28-30 ຕຸລາ 2021, ເປັນເວລາ 03 ມື້, ຮອດເວລາ 08:30 ໂມງຂອງວັນທີ 30 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.