ທະນາຄານພັດທະນາລາວ ສະໜອງທຶນໃຫ້ແກ່ ບໍລິສັດສຸກຈະເລີນ ຟາມ ເພື່ອດໍາເນີນທຸລະກິດຂະຫຍາຍຟາມລ້ຽງໄກ່ໄຂຂະຫນາດໃຫຍ່ ຢູ່ນະຄອນຫຼວງວຽງຈັນ

1597

ທະນາຄານພັດທະນາລາວ ຈັດພິທີເຊັນສັນຍາ ວ່າດ້ວຍຄູ່ຮ່ວມຍຸດທະສາດ ເພື່ຶອການພັດທະນາຂະແໜງກະສິກໍາ ໃນ ສປປ ລາວ ໂດຍຈະສະໜອງທຶນໃຫ້ບໍລິສັດສຸກຈະເລີນຟາມ ລົງທຶນລ້ຽງໄກ່ໄຂ່ໃນນະຄອນຫຼວງວຽງຈັນ 5 ແສນໂຕ ເພື່ອປ້ອນຕະຫຼາດພາຍໃນ ຮອງຮັບໂອກາດທາງລົດໄຟລາວ – ຈີນ.

ພິທີເຊັນສັນຍາ ມີຂຶ້ນໃນວັນທີ 28 ຕຸລາ 2021 ທີ່ທະນາຄານ ພັດທະນາລາວ ໂດຍການເຂົ້າຮ່ວມຂອງທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານ ແລະ ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານງານ ທະນາຄານພັດທະນາລາວ, ທ່ານ ບຸນຍະລິດ ສຸກຈະເລີນ ປະທານກຸ່ມບໍລິສັດ ສຸກຈະເລີນ ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານງານຂອງທັງຝ່າຍ ເຂົ້າຮ່ວມ

May be an image of 1 person and standing

ທ່ານ ບຸນຍະລິດ ສຸກຈະເລີນ ກ່າວວ່າ: ກຸ່ມບໍລິສັດ ສຸກຈະເລີນ ປະກອບມີບໍລິສັດໃນເຄືອທຸລະກິດ ເຊັ່ນ: ຕ໋ອງ ຈໍາປາການກະເສດ, ບໍລິສັດ ສຸກຈະເລີນ ຟາມ ແລະ ບໍລິສັດ ສຸກຈະເລີນ ອຸດສະຫະກຳເຫຼັກ ໃນໄລຍະເບື້ອງຕົ້ນ ບໍລິສັດເລີ່ມດໍາເນີນທຸລະກິດ ໂດຍການຈຳໜ່າຍສິນຄ້າການກະເສດ, ສະໜອງສິນຄ້າທີ່ມີຄຸນນະພາບໃຫ້ແກ່ຊາວກະສິກອນ ແລະ ສົ່ງເສີມໃຫ້ຊາວກະສິກອນ ສາມາດນໍາໃຊ້ຜະລິດຕະພັນ ແລະ ຮັບປະກັນຄຸນນະພາບ ເຊິ່ງໄດ້ຮັບການຕອບຮັບ ແລະ ສະໜັບສະໜູນເປັນຢ່າງດີ ຈາກບັນດາລູກຄ້າພາຍໃນແຂວງພາກໃຕ້; ຈຶ່ງໄດ້ລິເລີ່ມສ້າງຟາມລ້ຽງໄກ່ໄຂ່ຂຶ້ນ ເປັນຟາມປິດດ້ວຍລະບົບການຈັດການບໍລິຫານຟາມແບບແບບທັນສະໄໝ ພາຍໃຕ້ການສະໜັບສະໜຸນຢ່າງຈິງຈັງ ຕາມນະໂຍບາຍຂອງລັດ ໂດຍສະເພາະໃນໄລຍະຫຼາຍປີມານີ້ແມ່ນໄດ້ຮັບການສະໜັບສະໜູນຈາກ ທະນາຄານພັດທະນາລາວ.

May be an image of 1 person and standing

ສະເພາະຟາມໄກ່ພັນໄຂ່ຢູ່ພາກໃຕ້ ຂອງບໍລິສັດ ສຸກຈະເລີນຟາມ ປັດຈຸບັນຕັ້ງຢູ່ ບ້ານ ໝື່ນຫຼວງ, ເມືອງ ບາຈຽງ ແຂວງ ຈໍາປາສັກ ໂດຍມີໄກ່ພັນໄຂ່ຈຳນວນ 300.000 ໂຕ ເປັນຟາມທີ່ໃຫຍ່ທີ່ສຸດໃນຂົງເຂດພາກໃຕ້ ແລະ ຮັບໃຊ້ບັນດາແຂວງພາກໃຕ້ ສາມາດສ້າງລາຍຮັບມີເງິນໝູນວຽນສະເລ່ຍປະມານ 170 ຕື້ກີບຕໍ່ປີ. ດ້ວຍເຫດຜົນດັ່ງກ່າວ ບໍລິສັດ ສຸກຈະເລີນຟາມ ຈຶ່ງມີຄວາມພ້ອມ ຂະຫຍາຍຟາມແຫ່ງທີສອງ ຢູ່ທີ່ ນະຄອນຫຼວງວຽງຈັນ ໂດຍເປັນຟາມປິດແບບທັນສະໄໝ ຈະມີໄກ່ຈຳນວນ 500.000 ໂຕ ເຊິ່ງກໍານົດເປັນ 2 ໄລຍະຄື: ໄລຍະ 1 ຈຳນວນ 250.000 ໂຕ ແລະ ໄລຍະທີ 2 ຈຳນວນ 250.000 ໂຕ ເພື່ອຮັບໃຊ້ພາຍໃນ ແລະ ຮອງຮັບໃຫ້ແກ່ການສົ່ງອອກ ຕອບສະໜອງຕາມນະໂຍບາຍຜະລິດກະສິກຳ ເພື່ອສົ່ງອອກຕາມແລວເສັ້ນທາງລົດ-ໄຟລາວຈີນ.

ທ່ານ ຄຳສິງ ແສງແກ້ວມະຫາວົງ ຮອງຜູ້ອໍານວຍການ ທະນາຄານພັດທະນາລາວ ໄດ້ກ່າວວ່າ: ເຫັນໄດ້ເຖິງທ່າແຮງ ແລະ ກຸນແຈສຳຄັນ ຕໍ່ທຸລະກິດຂະແຫນງການກະສິກຳ ຂອງຄະນະຜູ້ບໍລິຫານງານໃນຍຸກໃຫມ່ ຂອງທະນາຄານພັດທະນາລາວ ຈຶ່ງໄດ້ໃຫ້ການສະໜັບສະຫນຸນຢ່າງຕໍ່ເນື່ອງ ດ້ວຍຄວາມຄ່ອງໂຕຂອງທຸລະກິດຕໍ່ກັບການສົ່ງເສີມຂະແໜງກະສິກຳດັ່ງກ່າວນີ້ ພ້ອມທັງເປັນວຽກງານໃນແຜນຍຸດທະສາດ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ສະນັ້ນ, ກຸ່ມບໍລິສັດ ສຸກຈະເລີນຟາມ ແມ່ນບໍລິສັດໜຶ່ງທີ່ມີບົດຮຽນ ແລະ ປະສົບການ ເຊິ່ງເປັນບໍລິສັດຢູ່ໃນແຖວໜ້າຂອງປະເທດ ໃນການບໍລິຫານງານເລື່ອງຟາມໄກ່ພັນໄຂ່ແບບທັນສະໄໝ ແລະ ເປັນແບບມືອາຊີບໃນການບໍລິຫານ ໂດຍນຳເອົາເຕັກນິກວິທະຍາສາດເຂົ້າມາພັດທະນາຜະລິດ.

May be an image of 2 people and people standing

ດັ່ງນັ້ນ, ລະຫວ່າງ ທະນາຄານ ພັດທະນາລາວ ແລະ ກຸ່ມບໍລິສັດ ສຸກຈະເລີນ ຈໍາກັດ ຈຶ່ງໄດ້ເຊັນສັນຍາຮ່ວມທຶນ ເປັນຄູ່ຮ່ວມຍຸດທະສາດ, ພ້ອມເປັນໜຶ່ງ ໃນການສະໜັບສະໜູນຊຸກຍູ້ ໃຫ້ສາມາດເຕີບໃຫຍ່ກ້າວໄປສູ່ການຜະລິດແບບເປັນທີ່ຍອມຮັບພາຍໃນປະເທດ ແລະ ພາກພື້ນໃນຕໍ່ໜ້າ ແລະ ອະນາຄົດ ທາງດ້ານຂະແໜງກະສິກຳ ພ້ອມເປັນສ່ວນໜຶ່ງໃນການປະກອບສ່ວນຕໍ່ນະໂຍບາຍຂອງລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ກ້າວຂຶ້ນ ຢ່າງຫນັກແໜ້ນ.

ຕາງໜ້າໃນການເຊັນສັນຍາຄັ້ງນີ້ໂດຍ ທ່ານ ລິດສະໝີ ລາດຊະວົງ ຜູ້ອໍານວຍການ ທະນາຄານພັດທະນາລາວ ແລະ ທ່ານ ບຸນຍະລິດ ສຸກຈະເລີນ ປະທານກຸ່ມບໍລິສັດ ສຸກຈະເລີນ ຈໍາກັດ.