Facebook ຣີແບຣນເປັນ Meta ແລະ ວິໄສທັດໃໝ່ຂອງບໍລິສັດ metaverse ຈາກ ງານ Connect

1327

ໃນລະຫວ່າງ ງານ Connect ປະຈຳປີຂອງ Facebook ໃນມື້ນີ້, ທ່ານ ມາກ ຊັກເຄີເບີກ ໄດ້ແບ່ງປັນວິໄສທັດຂອງເຂົາກ່ຽວກັບ Metaverse ແລະ ວິທີທີ່ບໍລິສັດຈະມີສ່ວນໃນການສ້າງອະນາຄົດໃນຄັ້ງນີ້. Metaverse ຈະເປັນສັງຄົມຂອງພື້ນທີ່ 3ມິຕິ ທີ່ທ່ານສາມາດແບ່ງປັນປະສົບການສະເໝືອນຈິງກັບຄົນອື່ນໆໄດ້, ເຖິງແມ່ນວ່າທ່ານຈະບໍ່ໄດ້ຢູ່ນຳກັນ ແລະເຮັດສິ່ງທີ່ຕ່າງໆ ທີ່ທ່ານບໍ່ສາມາດເຮັດໄດ້ໃນໂລກທາງກາຍະພາບ (ໂລກຄວາມເປັນຈິງ) ຮ່ວມກັນ.

ມື້ນີ້ທີ່ງານ Connect, ຜູ້ບໍລິຫານສູງສຸດ ທ່ານ ມາກ ຊັກເຄີເບີກ ໄດ້ແນະນຳ Meta ເຊິ່ງໄດ້ນໍາເອົາແອັບຂອງເຮົາແລະເຕັກໂນໂລຊີລວມເຂົ້າກັນພາຍໃຕ້ແບຣນຂອງບໍລິສັດໃໝ່. ຈຸດສຸມຂອງ Meta ຈະເປັນການສ້າງໂລກສະເໝືອນຈິງ (Metaverse) ໃຫ້ເປັນຈິງ ແລະ ຊ່ວຍເຊື່ອມຕໍ່ຜູ້ຄົນ, ຄົ້ນຫາຊຸມຊົນ ແລະ ຂະຫຍາຍທຸລະກິດອີກດ້ວຍ.

ໂລກສະເໝືອນຈິງຈະເບິ່ງແລ້ວຄ້າຍຄືກັບສັງຄົມອອນລາຍທີ່ເຮົາໃຊ້ງານຢູ່ໃນປັດຈຸບັນໃນຮູບແບບປະສົມປະສານ, ເຊິ່ງບາງຄັ້ງກໍຂະຫຍາຍອອກໄປໃນຮູບແບບສາມມິຕິ ຫຼື ສາຍອອກສູ່ໂລກທາງກາຍະພາບ. ສິ່ງນີ້ຈະຊ່ວຍໃຫ້ທ່ານແບ່ງປັນປະສົບການສະເໝືອນຈິງກັບຄົນອື່ນໆ ເຖິງແມ່ນວ່າຈະບໍ່ໄດ້ຢູ່ນຳກັນ – ແລະເຮັດສິ່ງຕ່າງໆ ທີ່ທ່ານບໍ່ສາມາດເຮັດໄດ້ໃນໂລກທາງກາຍະພາບຮ່ວມກັນ. ນີ້ແມ່ນວິວັດທະນາການຂັ້ນຕໍ່ໄປຂອງສາຍສັງຄົມເຕັກໂນໂລຊີ ແລະ ກ້າວເຂົ້າສູ່ເລື່ອງລາວບົດໃໝ່ຂອງບໍລິສັດເຮົາອີກດ້ວຍ. ທ່ານ ມາກ ຊັກເຄີເບີກ ໄດ້ແບ່ງປັນເພີ່ມຕື່ມກ່ຽວກັບວິໄສທັດນີ້ໃນ ຈົດໝາຍຂອງຜູ້ກໍ່ຕັ້ງ.

“ຂ້າພະເຈົ້າພູມໃຈໃນສິ່ງທີ່ພວກເຮົາສ້າງມາຈົນຮອດຕອນນີ້ ແລະຕື່ນເຕັ້ນກັບສິ່ງທີ່ກຳລັງຈະເກີດຂຶ້ນຕໍ່ໄປ, ໃນຂະນະທີ່ພວກເຮົາກຳລັງກ້າວຂ້າມສິ່ງທີ່ເປັນໄປໄດ້ໃນມື້ນີ້, ຂ້າມຂໍ້ຈຳກັດຂອງໜ້າຈໍ, ຂ້າມຂໍ້ຈຳກັດຂອງໄລຍະທາງ ແລະ ຟິຊິກ ໄປສູ່ອະນາຄົດທີ່ທຸກຄົນສາມາດຢູ່ຮ່ວມກັນ, ສ້າງໂອກາດໃໝ່ໆ ແລະສຳພັດສິ່ງໃໝ່ໆ. ມັນເປັນອະນາຄົດທີ່ຢູ່ເໜືອບໍລິສັດໃດໜຶ່ງ ແລະພວກເຮົາທຸກຄົນຈະເປັນຜູ້ສ້າງຂຶ້ນ,” ທ່ານ ມາກ ຊັກເຄີເບີກ ກ່າວ.

ງານ Connect ປະຈຳປີຂອງພວກເຮົາ ເປັນການລວມຕົວກັນຂອງນັກພັດທະນາດ້ານ AR ແລະ VR, ຜູ້ສ້າງເນື້ອຫາ, ນັກການຕະຫຼາດ, ແລະອື່ນໆ ເພື່ອສະເຫຼີມສະຫຼອງການຂັບເຄື່ອນ ແລະ ການເຕີບໂຕຂອງອຸດສະຫະກຳ. ງານໃນປີນີ້ ໄດ້ສະແດງໃຫ້ເຫັນວ່າ ປະສົບການການໃຊ້ງານໃນໂລກສະເໝືອນຈິງເປັນແນວໃດ ທີ່ຈະເກີດຂຶ້ນໃນທົດສະວັດທີ່ຈະມາເຖິງ – ຈາກການເຊື່ອມຕໍ່ກັນທາງສັງຄົມ ສູ່ຄວາມບັນເທີງ, ເກມ, ການອອກກຳລັງກາຍ, ການເຮັດວຽກ, ການສຶກສາ, ແລະການຄ້າ. ນອກຈາກນີ້, ພວກເຮົາຍັງໄດ້ປະກາດເຄື່ອງມືໃໝ່ໆເພື່ອຊ່ວຍຜູ້ຄົນໃນການສ້າງໂລກສະເໝືອນຈິງ ລວມມີ Presence Platform ທີ່ຈະເປີດປະສົບການໃໝ່ຂອງຄວາມເປັນຈິງແບບປະສົມປະສານ (Mixed Reality) ໃນ Quest 2 ແລະການລົງທຶນ 150 ລ້ານໂດລາ ໃນການຮຽນຮູ້ແບບປະສົມປະສານເພື່ອຝຶກຝົນຜູ້ສ້າງເນື້ອຫາລຸ້ນຕໍ່ໄປ.

ໂຄງສ້າງອົງກອນຂອງພວກເຮົາບໍ່ໄດ້ປ່ຽນແປງ, ແນວໃດກໍຕາມ, ວິທີການລາຍງານກ່ຽວກັບການເງິນຂອງພວກເຮົາແມ່ນຈະເລີ່ມຈາກຜົນໄດ້ຮັບສຳລັບໄຕມາດທີ 4 ຂອງປີ 2021.

ພວກເຮົາໄດ້ວາງແຜນທີ່ຈະລາຍງານ 2 ພາກສ່ວນປະຕິບັດການຄື: Family of Apps ແລະ Reality Labs. ນອກຈາກນີ້ ພວກເຮົາຍັງໄດ້ຕັ່ງໃຈທີ່ຈະເລີ່ມການຊື້ຂາຍພາຍໃຕ້ລາຄາຮຸ້ນໃໝ່ທີ່ພວກເຮົາໄດ້ສະຫງວນໄວ້, Meta ໃນວັນທີ 1 ເດືອນທັນວາ. ເຊິ່ງການປະກາດໃນມື້ນີ້ຈະບໍ່ມີຜົນຕໍ່ວິທີທີ່ພວກເຮົາໃຊ້ ຫຼື ແບ່ງປັນຂໍ້ມູນ.

Meta ໄດ້ສ້າງເຕັກໂນໂລຊີທີ່ຊ່ວຍເຊື່ອມຕໍ່ຜູ້ຄົນ ຄົ້ນຫາຊຸມຊົນ ແລະຂະຫຍາຍທຸລະກິດ. ເມື່ອ Facebook ເປີດໂຕໃນປີ 2004, ມັນໄດ້ປ່ຽນວິທີທີ່ຜູ້ຄົນເຊື່ອມຕໍ່ກັນ. ແອັບຕ່າງໆເຊັ່ນ: Messenger, Instagram, ແລະ WhatsApp ໄດ້ເພີ່ມຂີດຄວາມສາມາດໃຫ້ກັບຜູ້ຄົນນັບພັນລ້ານຄົນໃນທົ່ວໂລກ. ຕອນນີ້ Meta ໄດ້ກ້າວໄປໄກກວ່າໜ້າຈໍ 2ມິຕິ ໄປສູ່ປະສົບການທີ່ເລິກເຊິ່ງກວ່່າເຊັ່ນ: ການເພີ່ມ ແລະ ຄວາມເປັນຈິງສະເໝືອນ (AR, VR) ເພື່ອຊ່ວຍສ້າງວິວັດທະນາການຂັ້ນຕໍ່ໄປໃນສັງຄົມເຕັກໂນໂລຊີ.