ອຸດົມໄຊອອກ 12 ຂໍ້ຫ້າມກ່ຽວກັບຄວາມປອດໄພຕາມທາງລົດໄຟ, ໃຜລະເມີດຮັບໂທດທັງແພ່ງ ແລະອາຍາ

767

ເຊື່ອວ່າຫຼາຍຄົນຈະຮັບຮູ້ຂ່າວໂຈນລັກຕັດສາຍໄຟທາງລົດໄຟລາວ-ຈີນແລ້ວ ເຊິ່ງການກະທຳແບບນັ້ນນອກຈາກຈະເປັນອັນຕະລາຍແລ້ວ ແມ່ນຍັງຜິດຕໍ່ລະບຽບກົດໝາຍບ້ານເມືອງ ຍິ່ງໃນຊ່ວງນີ້ກຳລັງຢູ່ໃນລະຫວ່າງການດຳເນີນການທົດລອງຄວາມພ້ອມຕ່າງໆ ເພື່ອກກະກຽມເປີດນຳໃຊ້ຂະບວນລົດໄຟ ລະບົບໄຟຟ້າແມ່ນສຳຄັນທີ່ສຸດ ດັ່ງນັ້ນ, ເພື່ອຄວາມປອດໄພຂອງປະຊາຊົນ ແຂວງອຸດົມໄຊທີ່ມີເສັ້ນທາງລົດໄຟຜ່ານຍາວທີ່ສຸດ ຈິ່ງໄດ້ອອກ 12 ຂໍ້ຫ້າມໃຫ້ທຸກຄົນຮ່ວມປະຕິບັດ.

ຫ້ອງວ່າການແຂວງ ອຸດົມໄຊ ໄດ້ອອກແຈ້ງການເລກທີ 1222/ຫວຂ ລົງວັນທີ 27 ຕຸລາ 2021 ເພື່ອໃຫ້ຮູ້ມາດຕະການຄວບຄຸມ, ປ້ອງກັນຄວາມປອດໄພ, ປົກປັກຮັກສາວັດຖຸ ແລະ ອຸປະກອນທາງ ລົດໄຟ ໃນການດໍາເນີນການ ບໍລິການແລ່ນລົດໄຟ ລາວ-ຈີນ ໂດຍລະບຸວ່າ: ເພື່ອຮັບປະກັນດ້ານຄວາມປອດໄພຂອງປະຊາຊົນ ແລະ ຄວາມປອດໄພໃນການດໍາເນີນການແລ່ນ ລົດໄຟ ເຊິ່ງນັບແຕ່ວັນທີ 20 ຕຸລາ 2021 ເຖິງວັນທີ 6 ພະຈິກ 2021 ບໍລິສັດທາງລົດໄຟ ລາວ-ຈີນ ຈະໄດ້ ດໍາເນີນການແລ່ນຂະບວນລົດໄຟ ເພື່ອທົດສອບລະບົບລາງ, ລະບົບຄວບຄຸມສື່ສານ ແລະ ທົດລອງແລ່ນທົດ ສອບດ້ວຍຄວາມໄວແຕ່ 80 ກມ/ຊມ ຫາ 176 ກມ/ຊມ ມື້ລະ 34 ຂະບວນ, ເພື່ອຮັບປະກັນໃຫ້ສາມາດ ເປີດບໍລິການນໍາໃຊ້ໄດ້ຕາມກໍານົດ ວັນທີ 2 ທັນວາ 2021 ໃຫ້ທຸກຄົນປະຕິບັດຕາມກົດລະບຽບດ້ານຄວາມປອດໄພ ດັ່ງຕໍ່ໄປນີ້:

1. ປະຈຸບັນນີ້ ລະບົບໄຟຟ້າຂອງບັນດາສະຖານີໄຟຟ້າຍ່ອຍ ແລະ ລະບົບຈ່າຍໄຟເຫນືອຫົວແມ່ນໄດ້ສະຫນອງໄຟຟ້າໃຫ້ເປັນທີ່ຮຽບຮ້ອຍແລ້ວ ສະນັ້ນ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການຖືກໄຟຟ້າຊ໊ອດ, ຫ້າມ ເດັດຂາດບໍ່ໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ລຽບຕາມແລວທາງລົດໄຟ ເຂົ້າໃກ້ເຂດມີ ອຸປະກອນໄຟຟ້າ, ຂໍໃຫ້ທຸກຄົນມີສະຕິ.
2. ຫ້າມລັກ,ທໍາລາຍສາຍເຄເບິ້ນ, ສາຍໄຟຂອງທາງລົດໄຟ, ເຄື່ອງອຸປະກອນລະບົບຈ່າຍໄຟເຫນືອຫົວ ແລະເຄື່ອງຕິດຕັ້ງໄຟຟ້າອື່ນໆ ຢ່າງເດັດຂາດ, ກໍລະນີຫາກພົບເຫັນ ນອກຈາກຈະໃຫ້ຊົດເຊີຍຄ່າເສຍຫາຍທາງ ເສດຖະກິດແລ້ວ ຍັງຈະຕ້ອງມອບໃຫ້ຫນ່ວຍງານກົດຫມາຍທີ່ກ່ຽວຂ້ອງດໍາເນີນຄະດີຕາມກົດຫມາຍ.

3. ກໍລະນີມວນຊົນ ຫຼື ໃນສັງຄົມຖ້າຫາກພົບເຫັນເຄື່ອງອຸປະກອນໄຟຟ້າຂອງທາງລົດໄຟຖືກລັກ, ທໍາລາຍ,ມ້າງເພ, ເກີດອັກຄີໄຟ ແລະ ອື່ນໆ ຈະຕ້ອງໄດ້ລາຍງານຕໍ່ພະນັກງານທີ່ຢູ່ໃນສະຖານີທີ່ໃກ້ຄຽງ ຫຼື ເຈົ້າຫນ້າທີ່ຕໍາຫຼວດທີ່ຮັບຜິດຊອບດ້ານຄວາມປອດໄພຂອງທາງລົດໄຟທັນທີ
4. ຫ້າມຖິ້ມ ຫຼື ໂຍນ ວັດຖຸສິ່ງຂອງໃສ່ລະບົບຈ່າຍໄຟເຫມືອຫົວຂອງທາງລົດຢ່າງເດັດຂາດ, ຫ້າມປັດສະວະໃສ່ສາຍສົ່ງກາງຫາວທີ່ຢູ່ບໍລິເວນເທິງທາງລົດໄຟເດັດຂາດ.

5. ຫ້າມປ່ອຍວ່າວ, ລູກປຸ່ມເປົ້າ, ເຄື່ອງບິນສໍາຫຼວດ (DRONE) ແລະ ວັດຖຸທີ່ສາມາດລອຍໃນອາກາດພາຍໃນຂອບເຂດ 500 ແມັດ ທັງສອງເບື້ອງຂອງລະບົບຈ່າຍໄຟເຫມືອຫົວ ຢ່າງເດັດຂາດ.
6. ຫ້າມປີນໄຕ່ຂຶ້ນເສົາໄຟຟ້າທີ່ຢູ່ຕາມທາງລົດໄຟ ຫຼື ຕິດຕັ້ງອຸປະກອນຕ່າງໆໃສ່ເທິງເສົາໄຟຟ້າ.
7. ຫ້າມຂຸດດິນ, ຕອກເສົາເຂັ້ມ, ເຈາະຂຸດຄົ້ນ ຫຼື ປ່ອຍນ້ໍາເປື້ອນ, ຖີ້ມຂີ້ເຫຍື້ອຍ ແລະ ວັດຖຸຕ່າງໆທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງທາງລົດໄຟພາຍໃນຂອບເຂດ 20 ແມັດຂອງເສົາໄຟຟ້າ ແລະ ຫ້າມດຶງສາຍໄຟ, ສາຍເຄເບິນທີ່ຢູ່ອ້ອມຂ້າງຕາມແລວທາງລົດໄຟຢ່າງເດັດຂາດ.


8. ຫ້າມສໍາຜັດກັບລະບົບຈ່າຍໄຟເຫນືອຫົວຂອງທາງລົດໄຟຢ່າງເດັດຂາດ
9. ຖ້າຫາກພົບເຫັນສາຍໄຟລະບົບຈ່າຍໄຟເຫມືອຫົວຂາດ ແລະ ຊິ້ນສ່ວນຂອງມັນມີການເປ່ເພເສຍຫາຍ ຫຼືມີປາຍຂອງສາຍໄຟ, ສາຍເຊືອກ ແລະ ວັດຖຸຕ່າງໆທີ່ແຂວນຫ້ອຍຢູ່ເທິງລະບົບຈ່າຍໄຟເຫນືອຫົວ ແມ່ນ ຫ້າມບໍ່ໃຫ້ໄປສໍາພັດເດັດຂາດ ໃນເວລາດຽວກັນນັ້ນໃຫ້ຮັກສາໄລຍະຫ່າງຄວາມປອດໄພ 10 ແມັດ ຂຶ້ນໄປ. ຖ້າຫາກພົບເຫັນສິ່ງຜິດປົກກະຕິຕ້ອງລາຍງານຕໍ່ສະຖານີທີ່ໃກ້ຄຽງໃຫ້ທັນເວລາ

10. ຫ້າມຈູດປ່າ, ລ້ຽງສັດ, ປູກພືດພັນ ແລະ ປູກຕົ້ນໄມ້ອື່ນໆ ພາຍໃນຂອບເຂດຮັກສາຄວາມປອດໄພຂອງແລວທາງລົດໄຟຢ່າງເດັດຂາດ ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມປອດໄພຂອງເສັ້ນທາງລົດໄຟ ແລະ ການແລ່ນລົດໄຟ.
11.ບຸກຄົນທີ່ບໍ່ແມ່ນພະນັກງານທາງລົດໄຟ ຫ້າມບໍ່ໃຫ້ເປີດຮົ້ວ, ຫ້າມເຂົ້າໄປໃນຮົ້ວປ້ອງກັນຂອງທາງ
ລົດໄຟ ແລະ ສະຖານນີໄຟຟ້າແບບຂັບເຄື່ອນຂອງທາງລົດໄຟຢ່າງເດັດຂາດ, ຫ້າມເຂົ້າໄປຫຼິ້ນ, ເຂົ້າໄປ
ຖ່າຍຮູບ, ລ້ຽງສັດ ຫຼື ຢືນຈຶ່ງຢູ່ພາຍໃນຖະຫນົນທາງລົດໄຟ ຢ່າງເດັດຂາດ.
12. ບຸກຄົນທີ່ບໍ່ແມ່ນພະນັກງານການທາງລົດໄຟ, ຫ້າມເຂົ້າໄປໃນອາຄານຄວບຄຸມລະບົບໄຟຟ້າຂອງທາງ
ລົດໄຟຢ່າງເດັດຂາດ, ຫ້າມບໍ່ໃຫ້ຈັບສະວິດສ໌ ຫຼື ປຸ່ມຕ່າງໆເພື່ອຫຼີກຫຼ່ຽງບໍ່ໃຫ້ມີຜົນກະທົບຕໍ່ການດໍາເນີນ ງານຂອງອຸປະກອນ ແລະ ນໍາໄປສູ່ບັນຫາຄວາມປອດໄພຂອງການຂັບຂີ່ຂອງລົດໄຟ ແລະ ຄວາມປອດ ໄຟຂອງຄົນ.