ກະຊວງ ຮສສ ແລະ ກະຊວງ ປ້ອງກັນປະເທດ ມອບ-ຮັບ ລະເບີດທີ່ຕົກຄ້າງ ແລະ ສຳພາວຸດອື່ນໆ ທີ່ປອດທາດລະເບີດ

722

ໃນວັນທີ 28 ຕຸລາ 2021 ທີ່ຫ້ອງວາງສະແດງພິພິທະພັນປະຫວັດສາດກອງທັບ ໄດ້ມີພິທີມອບ-ຮັບ ລະເບີດທີ່ຕົກຄ້າງ ແລະ ສຳພາວຸດອື່ນໆ ທີ່ປອດທາດລະເບີດ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບ ກະຊວງປ້ອງກັນປະເທດ.

ໂດຍການເຂົ້າຮວ່ມເປັນສັກຂີພິຍານຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດວ້ຍແຂກຖືກເຊີນເຂົ້າຮວ່ມ.


ໃນພິທີດັ່ງກ່າວ, ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄຊກລ ໄດ້ຂຶ້ນກ່າວມອບ ໂດຍການຊີ້ນໍາຂອງຄະນະພັກຄະນະນໍາຂອງກະຊວງປ້ອງກັນປະເທດ ແລະ ຄະນະພັກຄະນະນໍາຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ໄດ້ປະສານງານ ແລະ ຮ່ວມມືກັບ ໂຄງການເກັບກູ້ລະເບີດແຫ່ງຊາດຈໍາແຂວງ ເຊັ່ນ: ແຂວງ ຫົວພັນ, ແຂວງ ຊຽງຂວາງ, ຄໍາມ່ວນ, ສາລະວັນ…ເພື່ອສະໜອງໃຫ້ແກ່ ຫໍພິທິທະພັນປະຫວັດສາດກອງທັບ, ກະຊວງປ້ອງກັນປະເທດ ເຊິ່ງປະກອບດ້ວຍປະເພດ, ຊະນິດ, ຂະໜາດ, ຈໍານວນ ຂອງ ລະເບີດທີ່ຕົກຄ້າງ ແລະ ສໍາພາວຸດ ອື່ນໆ ທີ່ປອດທາດລະເບີດ, ລວມມີ 6 ປະເພດ ດັ່ງນີ້:


1.ປະເພດບົ່ມໃຫ່ຍ ລວມມີຄື: ບົ່ມໃຫຍ່ຖິ້ມຈາກຍົນ M 117 ຂະໜາດ 750 ປອນ ຈໍານວນ 03 ໜ່ວຍ; ບົ່ມໃຫຍ່ຖິ້ມຈາກຍົນ MK 82 ຂະໜາດ 500 ປອນ ຈໍານວນ 06 ໜ່ວຍ; ບົ່ມໃຫຍ່ຖິ້ມຈາກຍົນ MK 81 ຂະໜາດ 250 ປອນ ຈໍານວນ 01 ໜ່ວຍ; ບົ່ມໃຫຍ່ຖິ້ມຈາກຍົນ MK 84 ຂະໜາດ 2000 ປອນ ຈໍານວນ 01 ໜ່ວຍ; ບົ່ມໃຫຍ່ຖິ້ມຈາກຍົນຂະໜາດ 20 ປອນ ຈໍານວນ 02 ໜ່ວຍ; ບົ່ມໃຫຍ່ຖິ້ມຈາກຍົນ ຂະໜາດ 3000 ປອນ ຈໍານວນ 01 ໜ່ວຍ; ເຟີຫາງບົ່ມໃຫຍ່ຖິ້ມຈາກຍົນ ຂະໜາດ 500 ປອນ ຈໍານວນ 01 ລາຍການ;


2. ປະເພດບົ່ມບີ ລວມມີຄື: ບົ່ມບີ່ 26 ຈໍານວນ 25 ໜ່ວຍ; ບົ່ມບີ່ BLU 3b ຈໍານວນ 03 ໜ່ວຍ; ບົ່ມບີ່ BLU 63 ຈໍານວນ 02 ໜ່ວຍ; ບົ່ມບີ່ BLU 42 ຈໍານວນ 01 ລູກ; ບົ່ມບີ່ BLU 24 ຈໍານວນ 02 ລູກ; ລາງຫຸ້ມເກາະລະເບີດ Cluster SUU 30/B ຈໍານວນ 01 ລາງ.


3. ປະເພດລູກປືນຄົກ: ລູກປືນຄົກ 60 ມມ ຈໍານວນ 02 ລູກ; ລູກປືນຄົກ 81 ມມ ຈໍານວນ 02 ລູກ;
4. ປະເພດລູກປືນໃຫຍ່ ລູກປືນໃຫຍ່ Artillery 57 mm HE Frag 57 mm ຈໍານວນ 01 ລູກ.
5. ປະເພດລູກຈະຫຼວດ: ລູກຈະຫຼວດ Rocket 3,5 ນີ້ວ ຈໍານວນ 01 ລູກ; ລູກຈະຫຼວດ Rocket 66 mm ຈໍານວນ 01 ລູກ;
6. ປະເພດສໍາພະວຸດອື່ນໆ ຈໍານວນ 14 ລາຍການ.


ນອກຈາກນີ້, ຍັງໄດ້ມອບຂໍ້ມູນທີ່ຄໍາຄັນ ແລະ ຈໍາເປັນຈໍານວນໜຶ່ງ ເຊັ່ນ: ແຜນທີ່ການຖິ້ມລະເບີດຂອງ ສ. ອາເມລິກາ, ແຜ່ນປ້າຍໂຄສະນາ ກ່ຽວກັບລະເບີດລູກຫວ່ານ, ແຜນທີ່ປະຕິບັດງານຂອງອົງການປະຕິບັດງານເພື່ອມະນຸດສະທໍາ ແກ້ໄຂບັນຫາ ລບຕ, ແຜ່ນປ້າຍໂຄສະນາສຶກສາຄວາມສ່ຽງໄພ ຈາກ ລບຕ, ຮູບພາບກ່ຽວກັບ ລບຕ ແລະ ການເຄື່ອນໄຫວແແກ້ໄຂ ລບຕ, ພີມວີດີໂອ ກ່ຽວກັບການສົ່ງເສີມການແກ້ໄຂບັນຫາ ລບຕ ແລະ ຂໍ້ມູນກ່ຽວກັບການຖິ້ມລະເບີດຂອງ ສ.ອາເມລິກາ ນຳອີກ.

 

(ຂ່າວສານ ຮສສ)