ກອງບັນຊາການທະຫານເຂດ 4 ສສ ຫວຽດນາມມອບເງິນ 5 ຕື້ດົງ ໃຫ້ກະຊວງ ປ້ອງກັນປະເທດ ແລະ 6 ແຂວງ ສປປລາວ

705

ພິທີມອບຮັບເງິນຈຳນວນ 5 ຕື້ດົ່ງ ລະຫວ່າງກອງບັນຊາການທະຫານເຂດ 4 ສສ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ແລະ 6 ແຂວງ ສປປລາວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ຕຸລາ 2021 ຢູ່ທີ່ຫ້ອງປະຊຸມດ່ານສາກົນນໍ້າພາວ-ເກົາແຈວ ເມືອງຈົ່ງເຕີມ ແຂວງ ຮ່າຕີ່ງ ສສ ຫວຽດນາມ.

ຝ່າຍ ສປປລາວ ນຳໂດຍ ທ່ານ ພົຕ ຈັນທອງ ສອນຕະອາດ ຮອງລັດຖະມົນຕີ, ວ່າການຫົວໜ້າກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ,ຝ່າຍ ກອງບັນຊາການ ທະຫານເຂດ 4 ສສ ຫວຽດນາມ ນຳໂດຍທ່ານ ພົຕ ຫງວຽນຊວ້ານແອັງ ກຳມະການສູນກາງພັກ, ຄະນະພັກການທະຫານສູນກາງ, ຫົວໜ້າກອງບັນຊາການທະຫານເຂດ 4; ມີການນຳຈາກ 6 ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ເງິນຈຳນວນ 5 ຕື້ດົ່ງທີ່ກອງບັນຊາການທະຫານເຂດ 4 ມອບໃຫ້ຄັ້ງນີ້ປະກອບມີ ມອບໃຫ້ກະຊວງປ້ອງກັນປະເທດ 2 ຕື້ດົ່ງ,ມອບໃຫ້ແຂວງ ສາລະວັນ,ສະຫວັນນະເຂດ,ຄຳມ່ວນ,ບໍລິຄຳໄຊ,ຊຽງຂວາງ ແລະ ແຂວງ ໄຊສົມບູນ ແຂວງ ລະ 500 ລ້ານດົ່ງ.
ລົງນາມເຊັນຮັບເງິນຈຳນວນ 2 ຕື້ດົ່ງ ໂດຍທ່ານ ພົຕ ຈັນທອງ ສອນຕະອາດ ຮອງລັດຖະມົນຕີ, ວ່າການຫົວໜ້າກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ, ລົງນາມເຊັນມອບໂດຍທ່ານ ພົຕ ຫງວຽນຊວ້ານແອັງ, ກຳມະການສູນກາງພັກ, ຄະນະພັກການທະຫານສູນກາງ, ຫົວໜ້າກອງບັນຊາການທະຫານເຂດ 4.ເຊັນມອບເງິນຈຳນວນ 500 ລ້ານດົ່ງໃຫ້ 6 ແຂວງໂດຍທ່ານ ພົວ ຮ່າເຕິນຕຽນ ຮອງຫົວໜ້າກອງບັນຊາການທະຫານເຂດ 4 ສໍາລັບແຂວງ ບໍລິຄໍາໄຊ ເຊັນຮັບໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ ບໍລິຄຳໄຊ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.


ໂອກາດດັ່ງກ່າວນີ້ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ ບໍລິຄຳໄຊ ຕາງໜ້າໃຫ້ຄະນະພັກ-ຄະນະປົກຄອງແຂວງ ຍັງໄດ້ເປັນກຽດມອບໃບກຽດຕິຄຸນຂອງແຂວງໃຫ້ກອງບັນຊາການທະຫານເຂດ 4 ສສຫວຽດນາມ ທີ່ມີຜົນງານດີ່ເດັ່ນປະກອບສ່ວນເຂົ້າໃນການພັດທະນາແຂວງ ບໍລິຄຳໄຊ.


ເງິນຈຳນວນ 5 ຕື້ດົ່ງ ທີ່ກອງບັນຊາການທະຫານເຂດ 4 ສສຫວຽດນາມມອບໃຫ້ຄັ້ງນີ້ ກໍເພື່ອນຳໃຊ້ເຂົ້າໃນວຽກງານ ປ້ອງກັນ, ຄວບຄຸມ ແລະ ການແກ້ໄຂ ການລະບາດພະຍາດໂຄວິດ-19 ຢູ່ກົມກອງ ແລະ ບັນດາແຂວງຕ່າງໆ.

ຂ່າວພາບ:ສາຍສະໝອນ