ຫຼວງພະບາງພົບຜູ້ຕິດເຊື້ອໂຄວິດ 19 ໃໝ່ 177 ຄົນ ສ່ວນຫຼາຍເປັນນັກໂທດ

300

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບໂຄວິດ 19 ຢູ່ ສປປລາວ ວ່າ ມາຮອດວັນທີ 26 ຕຸລາ 2021 ເຮົາໄດ້ກວດວິເຄາະທັງໝົດ 5.507 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 733 ຄົນ, ນໍາເຂົ້າ 2 ຄົນ, ຕິດເຊື້ອພາຍໃນ 731 ຄົນ ນໍະຄອນຫຼວງວຽງຈັນ 358 ຄົນ (ລາຍງານໄປແລ້ວ

ສະເພາະ ຫຼວງພະບາງ ແລະ ແຂວງອື່ນໆ ມີລາຍລະອຽດດັ່ງນີ້
1 ຫຼວງພະບາງ 177 ຄົນ ໃນ 17 ບ້ານ ແລະ 3 ເມືອງ ວັນທີ່ 26/10/2021 ຕົວຢ່າງກວດທັງໝົດ 785 ຕົວຢ່າງ ບວກ 177 ກໍລະນີ: ນະຄອນຫຼວງພະບາງ 162 ຄົນ, ປາກອູ 8 ຄົນ, ນານ 5 ຄົນ, ນ້ຳບາກ 1 ກໍລະນີ, ຈອມເພັດ 1
2 ບໍ່ແກ້ວ 73 ຄົນ ໃນ 14 ບ້ານ ແລະ 2 ເມືອງ

3 ວຽງຈັນ 29 ຄົນ ໃນ 12 ບ້ານ ແລະ 4 ເມືອງ
4 ອຸດົມໄຊ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ ຂໍເພີ້ມເຕີມຂໍ້ມູນກ່ຽວກັບ ກໍລະນີຕິດເຊື້ອຢູ່ແຂວງ ອຸດົມໄຊທີ່ໄດ້ລາຍງານໃນມື້ວານນີ້ (23 ຄົນ) ທັງໝົດເອີ້ນວ່າຜູ້ສໍາພັດໃກ້ຊິດ ເຊິ່ງເປັນຄົນ ອຸດົມໄຊ ທີ່ເດີນທາງມາຈາກ ນະຄອນຫລວງວຽງຈັນ, ສາລະວັນ, ບໍ່ແກ້ວ, ວຽງຈັນ ແລະ ຫລວງພະບາງ, ທັງໝົດແມ່ນໄດ້ຈໍາກັດບໍລິເວນຢູ່ “ສູນໄຊພັດທະນາ” ແລະ ການກວດພົບຜູ້ຕິດເຊື້ອດັ່ງກ່າວ ແມ່ນການປະຕິບັດການຊອກຫາການຕິດເຊື້ອຕາມຍຸດທະສາດທີ່ໄດ້ວາງໄວ້, ສະນັ້ນ ຂໍໃຫ້ປະຊາຊົນ ບໍ່ຕ້ອງແຕກຕື່ນ ເພາະທັງໝົດແມ່ນໄດ້ ຈໍາກັດບໍລິເວນ ແລະ ຖືກສົ່ງໄປປິ່ນປົວ ຕາມສະຖານທີ່ທີ່ທາງ ຄະນະສະເພາະກິດ ກໍານົດໄວ້ ຕາມມາດຕະການທີ່ວາງໄວ້.

5 ບໍລິຄໍາໄຊ: 24 ຄົນ ໃນ 3 ບ້ານ ແລະ 2 ເມືອງ
6 ໄຊສົມບູນ: 13 ຄົນ ໃນ 2 ບ້ານ ແລະ 1 ເມືອງ

8 ຄໍາມ່ວນ: 17 ຄົນ ໃນ 4 ບ້ານ ແລະ 3 ເມືອງ
9 ສາລະວັນ: 11 ຄົນ ໃນ 5 ບ້ານ ແລະ 3 ເມືອງ
10 ສະຫວັນນະເຂດ: 9 ຄົນ ໃນ 3 ບ້ານ ແລະ 2 ເມືອງ

.

11 ຈໍາປາສັກ: 14 ຄົນ ໃນ 8 ບ້ານ ແລະ 4 ເມືອງ
12 ເຊກອງ: 5 ຄົນ ໃນ 2 ບ້ານ ແລະ 2 ເມືອງ