ກຽມຂະຫຍາຍເສັ້ນທາງແຕ່ 3 ແຍກສີໄຄ ຫາ 4 ແຍກສີເກີດ ເປັນ 4 ຊ່ອງທາງ

826

ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ, ເຊິ່ງຫຼ້າສຸດນີ້ມີລາຍງານວ່າ ກຳລັງກຽມລົງມືປັບປຸງຂະຫຍາຍເສັ້ນທາງແຕ່ 3 ແຍກສີໄຄ ຫາ ສີ່ແຍກສີເກີດ ນະຄອນຫຼວງວຽງຈັນ ລວງຍາວ 6 ກິໂລແມັດ ຈາກ 2 ຊ່ອງ ເປັນ 4 ຊ່ອງທາງຈະລາຈອນ.

ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກແຈ້ງການສະບັບເລກທີ 21110/ຍທຂ.ຫກ ລົງໃນວັນທີ 20 ຕຸລາ 2021 ເຖິງບັນດາທ່ານພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ຊາວຕ່າງດ້າວຜູ້ທີ່ຢູ່ອາໄສລຽບຕາມທາງຫຼວງແຫ່ງຊາດເລກທີ 13 ເໜືອ ແຕ່ສາມແຍກສີໄຄ ເມືອງສີໂຄດ ເລື່ອງ: ວັນເລີ່ມຈັດຕັ້ງປະຕິບັດໂຄງການປັບປຸງ ຂະຫຍາຍ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ ໄລຍະແຕ່ສາມແຍກສີໄຄ ກິໂລແມັດທີ 6 ຫາ ສີ່ແຍກສີເກີດ ກິໂລແມັດທີ 12 ລວງຍາວ 6 ກິໂລແມັດ.

ໂຄງການປັບປຸງຂະຫຍາຍ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ ໄລຍະແຕ່ສາມແຍກສີໄຄ ຫາ ສີ່ແຍກສີເກີດ ລວງຍາວ 6 ກິໂລແມັດ ( ກມ. 6 – ກມ. 12, ເປັນໂຄງການລົງທຶນຂອງລັດຖະບານ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນເງິນກູ້ຢືມດອກເບ້ຍຕໍ່າຈາກສະຖາບັນການເງິນສາກົນ ຄືທະນາຄານໂລກ, ທະນາຄານການລົງທຶນພື້ນຖານໂຄ່ງລ່າງອາຊີ, ກອງທຶນກຸ່ມປະເທດນໍດິກ ເພື່ອການພັດທະນາ ແລະ ທຶນສົມທົບຂອງລັດຖະບານ ສປປ ລາວ ເພື່ອປັບປຸງ ແລະ ສ້ອມແປງໃຫ້ເຊື່ອມຈອດກັບເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ ໄລຍະສີເກີດ – ໂພນໂຮງ ( ມີຄວາມຍາວ 58 ກິໂລແມັດ ) ທີ່ກໍາລັງດຳເນີນການກໍ່ສ້າງໃນປັດຈຸບັນ.

ຈຸດປະສົງຂອງໂຄງການແມ່ນເພື່ອປັບປຸງຍົກລະດັບມາດຕະຖານຂອງເສັ້ນທາງ ແລະ ຂະຫຍາຍຄວາມກວ້າງຂອງໜ້າທາງອອກຕື່ມ ເພື່ອອໍານວຍຄວາມສະດວກໃນການຄົມມະນາຄົມຂົນສົ່ງ.

ໄລຍະທາງດັ່ງກ່າວຈະເລີ່ມຈັດຕັ້ງປະຕິບັດ ເລີ່ມແຕ່ທ້າຍປີ 2021 ຫາ ທ້າຍປີ 2023 ( ປະມານ 2 ປີ ) ໜ້າວຽກຕົ້ນຕໍທີ່ຕ້ອງໄດ້ປະຕິບັດກ່ອນການກໍ່ສ້າງແມ່ນການໄກ່ເກ່ຍສິ່ງກີດຂວາງຕາມແລວທາງ ແລະ ກະກຽມຈັດຊື້ – ຈັດຈ້າງເອົາຜູ້ຮັບເໝົາກໍ່ສ້າງ, ການກໍ່ສ້າງປະກອບມີວຽກປັບປຸງ ແລະ ຂະຫຍາຍໜ້າທາງຈາກ 2 ຊ່ອງທາງຈະລາຈອນ ເປັນ 4 ຊ່ອງທາງຈະລາຈອນ ( 4 x 3,50 ແມັດ ) ມີດອນທາງກາງກວ້າງ 2 ແມັດ, ມີຊ່ອງທາງຈະລາຈອນສຳລັບລົດຈັກທັງສອງເບື້ອງ ເບື້ອງລະ 2 ແມັດ, ມີທາງຄົນຍ່າງທັງສອງເບື້ອງຂອງເສັ້ນທາງ ເບື້ອງລະ 1,50 ແມັດ, ຄວາມກວ້າງຂອງໜ້າທາງທັງໝົດແມ່ນ 23 ແມັດ.