31 ປີຍັງເປັນອາສາ ວຽກບໍທັນມີກໍຈາກໄປແລ້ວຍ້ອນໂຄວິດ

2155

ມາເບິ່ງເລື່ອງເສົ້າຂອງຜູ້ຈາກໄປກໍລະນີທີ 52 ໜຶ່ງໃນຜູ້ຈາກໄປມື້ນີ້ ຍ້ອນພະຍາດໂຄວິດ 19 ເປັນຜູ້ຍິງ ອາຍຸພຽງ 31 ປີ ເທົ່ານັ້ນ ໝູ່ຄູ່ເພື່ອນນໍຮ່ວມງານ ແລະ ຄອບຄົວຕ່າງເສຍໃຈ ແລະ ອາໄລໃຫ້
ນີ້ເປັນສັນຍານເຕືອນວ່າທຸກຄົນບໍ່ຄວນປະໝາດ ໂຄວິດບໍ່ໄດ້ມາຫຼິ້ນໆ ຈະນ້ອຍຫຼືໃຫຍ່ ໃຜກໍຕາມກໍມີໂອກາດຕິດ ແລະ ກໍລະນີຮ້າຍແຮງແບບນີ້ ສະນັ້ນເມື່ອມີອາການ ຫຼື ຮູ້ວ່າຕົນເອງຢູ່ໃນກຸ່ມສ່ຽງ ຄວນໄປກວດຫາເຊື້ອ ແລະ ປິ່ນປົວປ້ອງກັນຕົນເອງໃຫ້ໄວ

ຜູ້ນີ້ອາຍຸ 31 ປີ, ອາຊີບ ພະນັກງານອາສາສະໜັກ, ບ້ານຢູ່ ບ້ານຊຽງຫວາງທ່າ, ເມືອງ ໜອງບົກ, ແຂວງຄຳມ່ວນ
ຜູ້ກ່ຽວມີພະຍາດປະຈຳຕົວ ພະຍາດຫົວໃຈ, ໄດ້ສັກຢາວັກຊີນຊີໂນຟາມຄົບ 2 ເຂັມ

ວັນທີ 16 ຕຸລາ 2021 ມີອາການໄອ, ຫາຍໃຈຝືດ ແລະ ແໜ້ນໜ້າເອິກ ແຕ່ບໍ່ມາປີ່ນປົວຢູ່ສະຖານທີບໍລິການສາທາລະນະສຸກ, ຄອບຄົວໄດ້ພາຜູ້ກ່ຽວປີ່ນປົວດ້ວຍໄສຍະສາດ ແລະ ປີ່ນປົວຕາມຮິດຄອງປະເພນີ)
ວັນທີ 22 ຕຸລາ 202 ຜູ້ກ່ຽວມີອາການໜັກ, ຫາຍໃຈຝຶດ ແລະ ທ້ອງເບັງ ຈື່ງໄດ້ມາກວດຢູ່ໂຮງໝໍແຂວງຄໍາມ່ວນ ພ້ອມທັງໄດ້ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແລະໃນມື້ດຽວກັນຜົນກວດອອກແມ່ນພົບເຊື້ອພະຍາດໂຄວິດ-19 ແລ້ວນໍາສົ່ງເຂົ້າມານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ວັດທະນາທໍາແຂວງ

ແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູ ແຕ່ເນື່ອງຈາກຜູ້ກ່ຽວມາປີ່ນປົວໃນໂຮງໝໍຊ້າ ເຮັດໃຫ້ມີອາການໜັກຫຼາຍ ແລະ ຜູ້ກ່ຽວກໍ່ໄດ້ເສຍຊິວິດລົງ.
ເສຍໃຈນໍາຄອບຄົວເດີ້