ລາຍລະອຽດຜູ້ຕິດເຊື້ອພາຍໃນ ນະຄອນຫຼວງວຽງຈັນ 183 ຄົນ ຈາກ 8 ເມືອງ 76 ບ້ານ

381

ທ່ານນາງ ດຣ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບການຕິດເຊື້ອໂຄວິດ 19 ຢູ່ ສ ປປ ລາວວ່າ ມາຮອດວັນທີ 23 ຕຸລາ 2021 ທົ່ວປະເທດ ກວດພົບຜູ້ຕິດເຊື້ອໃໝ່ 648 ຄົນ (ຕິດເຊື້ອພາຍໃນປະເທດ 635 ຄົນ, ເດີນທາງຈາກຕ່າງປະເທດ 13 ຄົນ ຈາກແຂວງສະຫວັນນເຂດ 12 ຄົນ ແລະ ສາລະວັນ 1 ຄົນ), ປິນປົວຫາຍດີໃນມື້ວານນີ້ 379 ເສຍຊີວິດສະສົມ 52 (ໃໝ່ 2)

ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 635 ຄົນ ສະເພາະລາຍລະອຽດຜູ້ຕິດເຊື້ອພາຍໃນ ນະຄອນຫຼວງວຽງ ຈັນ 183 ຄົນ ຈາກ 8 ເມືອງ 76 ບ້ານ
1 ເມືອງຈັນທະບູລີ ມີ 7 ບ້ານຄື: ຮ່ອງຄ້າ, ໜອງປີງ,ສີສະຫວາດ, ດອນແດງ, ໂພນຕ້ອງສະຫວາດ, ດົງໜ້ຽງ, ຫ້ວຍຫົງ

2 ເມືອງສີໂຄດຕະບອງ 20 ບ້ານຄື: ໂນນແກ້ວ, ໜອງດ້ວງເໜືອ, ຫນອງດ້ວງທົ່ງ, ວຽງສະຫວັນ, ສີໄຄທົ່ງ, ຫນອງດ້ວງໃຕ້, ດ່ານຄຳ, ສີບຸນເຮືອງທົ່ງ, ອຸບມຸງ, ນາຄຳ, ນາແຮ່,ໂພນສະຫວາດ,ຈຳປາ, ວັດໄຕນ້ອຍທ່າ, ຕາດທອງ, ດົງນາໂຊກໃຕ້, ທົ່ງປົ່ງ, ໂພນສົມບູນ, ຊຳເກດ, ອາກາດ

3 ເມືອງໄຊເສດຖາມີ 16 ບ້ານຄື: ສົມສະຫງ່າ, ຫົວຂົວ, ໂຊກຄຳ, ຈອມມະນີ, ແສງສະຫວ່າງ, ທາດຫຼວງກາງ, ໜອງສ້າງທໍ່, ນາໄຊ, ຊຽງດາ, ທາດຫລວງໃຕ້, ໂນນຫວາຍ, ໂພນພະເນົາ, ໂພນທອງ, ຮ່ອງແກ, ອາມອນ, ໂນນສະຫງ່າ

4 ເມືອງສີສັດຕະນາກ ມີ 10 ບ້ານຄື ຈອມເພັດເໜືອ, ທົ່ງພານທອງ, ໂພນສະຫວ່າງ, ສະພານທອງເໜືອ, ຝາຍ, ນາຄໍາ, ຈອມເພັດໃຕ້, ດອນນົກຂຸ້ມ, ທົ່ງກາງ, ດົງປ່າລານທົ່ງ

5 ເມືອງນາຊາຍທອງ ມີ 4 ບ້ານຄື ສີເກີດ, ນາທອ່ນ, ຫ້ວຍນ້ຳເຢັນ, ນາສ້ຽວ
6 ເມືອງຫາດຊາຍຟອງ ມີ 7 ບ້ານ ຄື ສາລາຄຳໃຕ້, ຊາຍຟອງໃຕ້, ສົມຫວັງເໜືອ, ແກ້ງປາຢ້າງ, ຫົວຫ້າ, ຖິ່ນເພຍ, ດົງໂພນເລົາ

7 ເມືອງໄຊທານີ ມີ 11 ບ້ານຄື ດົງໂດກ, ໜອງພະຍາ, ທ່າງ່ອນ, ພະຂາວ, ສະພັງມຶກ, ຄຳຮຸ່ງ, ຂຸດສາມບາດ, ທ່ານາກ, ໂນນແສງຈັນ, ສີວິໄລ, ຕານມີໄຊ

8 ເມືອງສັງທອງ ມີ 1 ບ້ານ ຄື ບ້ານນາຈະເລີນໃຫ່ຍ