ອ່ານດ່ວນ! ບໍ່ແກ້ວປິດອີກແລ້ວ ການເຂົ້າອອກ-ເຂົ້າແຂວງຫາແຂວງ ແລະ ເມືອງຫາເມືອງ

915

ການລະບາດຂອງເຊື້ອພະຍາດຮ້າຍໂຄວິດ19 ທີ່ບໍ່ແກ້ວ ໃນຕອນນີ້ແມ່ນມີທ່າອ່ຽງທີ່ຈະເພີ່ມຂຶ້ນ ເບິ່ງຕາມສະພາບຕົວຈິງໃນແຂວງປັດຈຸບັນ ຈາກສາເຫດນີ້ຄະນະສະເພາະກິດແຂວງ ຈິ່ງໄດ້ອອກແຈ້ງການເລກທີ 200/ສພກ,ບກ ລົງວັນທີ 21 ຕຸລາ 2021 ປີດການສັນຈອນ ແລະ ກວດກາເງື່ອນໄຂຂອງການເດີນທາງເຂົ້າ-ອອກດ່ານ ແລະຈຸດກວດກາ ເພື່ອເພີ່ມທະວີປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ແຈ້ງການລະບຸວ່າ: ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ ມີທ່າອຽງການແຜ່ລະບາດເປັນວົງກວ້າງ ເນື່ອງຈາກການເດີນທາງມາແຕ່ແຂວງທີ່ມີການລະບາດເພື່ອເປັນການສະກັດກັ້ນ,ຈໍາກັດ ແລະ ຫຼຸດຜ່ອນຄວາມສ່ຽງຈາກການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ຈິ່ງແຈ້ງເພື່ອຊາບດັ່ງນີ້:
1. ປິດການສັນຈອນໄປມາ, ການເດີນທາງເຂົ້າ-ອອກ ລະຫວ່າງ ແຂວງ ຫາ ແຂວງ ແລະ ສະຫວ່າງ ເມືອງຫາ ເມືອງ; ສໍາລັບບຸກຄົນ, ນິຕິບຸກຄົນ ທົ່ວໄປ ແລະ ພາຫະນະທຸກປະເພດ ເລີ່ມແຕ່ເວລາ 23:00 ໂມງ ເປັນຕົ້ນໄປ ເຖິງເວລາ 6:00 ໂມງ ຂອງມື້ໃຫມ່ ຍົກເວັ້ນການເຈັບເປັນທີ່ຈະຕ້ອງໄດ້ຮັບການປິ່ນປົວໂດຍ ດ່ວນ, ບຸກຄົນ, ເຈົ້າຫນ້າທີ່-ພະນັກງານ ທີ່ໄປປະຕິບັດຫນ້າທີ່ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນແຂວງຢ່າງຖືກຕ້ອງ.

2. ມອບໃຫ້ເຈົ້າຫນ້າທີ່ປະຈໍາດ່ານກວດກາຄົນເຂົ້າ-ອອກ ທຸກຈຸດພາຍໃນແຂວງບໍ່ແກ້ວ ເປັນເຈົ້າການ
ຕິດຕາມ ກວດກາ ຢ່າງເຂັ້ມງວດ ແລະ ບໍ່ອະນຸຍາດໃຫ້ຜ່ານໄປໄດ້ໂດຍເດັດຂາດ ຍົກເວັ້ນ ບຸກຄົນ ທີ່ໄດ້ກໍານົດໃນຂໍ້ທີ 1 ຂອງແຈ້ງການສະບັບນີ້ ເທົ່ານັ້ນ
3. ເງື່ອນໄຂການອະນຸຍາດເດີນທາງເຂົ້າ-ອອກໄດ້ ຕ້ອງແມ່ນບຸກຄົນ ທີ່ມີເອກະສານຢັ້ງຢືນ ແລະ ໄດ້
ຮັບການອະນຸຍາດຖືກຕ້ອງ ຂອງຄະນະສະເພາະກິດເທົ່ານັ້ນ ເຊິ່ງປະກອບມີ: ຫນັງສືຢັ້ງຢືນການເດີນທາງ ຈາກຄະນະສະເພາະກິດແຂວງຕົ້ນທາງ ແລະ ປາຍທາງ, ບັດສັກຢາວັກຊິນ, ໃບຢັ້ງຢືນການກັກຕົວຄົບ 14 ວັນ ຫຼື ໃບຢັ້ງຢືນຜົນກວດໂຄວິດ ເປັນຜົນລົບ, ສໍາເນົາບັດປະຈໍາຕົວ ຫຼື ສໍາມະໂນຄົວ ທີ່ບໍ່ຫມົດອາຍຸ, ຫາກເປັນເຈົ້າຫນ້າທີ່ ຫຼື ພະນັກງານ ຕ້ອງມີ ຂໍ້ຕົກລົງຈາກຫົວຫນ້າອົງການ, ກົມກອງ ແລະ

ຫ້ອງການຂອງຕົນສັງກັດຢູ່, ກໍລະນີເປັນຄົນເຈັບ ຕ້ອງມີໃບຢັ້ງຢືນ ຂອງໂຮງຫມໍ ຫຼື ສະຖານທີ່ບໍລິການ; , ກໍລະນີ ຫາກແມ່ນປະຊາຊົນໄປເຮັດການຜະລິດ ແມ່ນມີໃບຢັ້ງຢືນຈາກອົງການປົກຄອງບ້ານ, ຫາກແມ່ນລົດຂົນສົ່ງສິນຄ້າ ຕ້ອງມີເອກະສານທະບຽນລົດຖືກຕ້ອງ, ເອກະສານການຂົນສົ່ງ
ສິນຄ້າຈາກເຈົ້າຫນ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ແລະ ຖ້າແມ່ນແຮງງານພາຍໃນ ແລະ ຕ່າງປະເທດ ຕ້ອງມີໃບຢັ້ງຢືນຮັບປະກັນ ຂອງບໍລິສັດ ແລະພາກສ່ວນທີ່ກ່ຽວຂ້ອງ.

4. ມອບໃຫ້ຄະນະສອງກໍາລັງ ປກຊ-ປກສ, ເຈົ້າຫນ້າທີ່ປະຈໍາດ່ານ ຈຸດກວດກາ ແຕ່ລະປອນ ແລະ
ພາກສ່ວນກ່ຽວຂ້ອງ ມີການພົວພັນປະສານງານນໍາກັນຢ່າງລະອຽດ, ກົມກຽວ, ລົງຕິດຕາມ, ກວດກາ, ລາດຕະເວນ, ປະຕິບັດມາດຕະການຕໍ່ຜູ້ລະເມີດ ຢ່າງເຂັ້ມງວດ, ເດັດຂາດ ແລ້ວລາຍງານ
ຂັ້ນເທິງຢ່າງຕໍ່ເນື່ອງ.