ກໍລະນີເສຍຊີວິດໃໝ່ 2 ກໍລະນີ ແມ່ນຢູ່ນະຄອນຫຼວງວຽງຈັນທັງໝົດ

2126

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວວ່າ ມາຮອດວັນທີ 19 ຕຸລາ 2021 ພົບຜູ້ເສຍຊີວິດສະສົມ 47 (ໃໝ່ 2) ຄົນ, ຍອດຜູ້ຕິດເຊື້ອສະສົມ 33.606 ຄົນ. ປິ່ນປົວຫາຍດີ 601 ຄົນ, ກໍາລັງປິ່ນປົວ 7.093 ຄົນ.
ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ລາຍລະອຽດ ດັ່ງນີ້


1 ເພດຍິງ, ອາຍຸ 83 ປີ, ບ້ານ ສີເກີດ, ເມືອງນາຊາຍທອງ, ນະຄອນຫລວງ.
ພະຍາດປະຈຳຕົວມີ ຄວາມດັນເລືອດສູງ, ຫົວໃຈເຕັ້ນນອກລະບົບ. ຜ່ານມາ ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ
ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອ ເບື້ອງຕົ້ນໄດ້ເຂົ້ານອນປີ່ນປົວຢູ່ສູນດາວເຮືອງໃນວັນທີ 03/10/2021.


ຫລັງຈາກນັ້ນໃນວັນທີ 04/10/2021ໄດ້ຍ້າຍເຂົ້ານອນປີ່ນປົວຢູ່ໂຮງຫມໍມິດຕະພາບ.
ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 04/10/2021-19/10/2021 ຮອດເວລາ 15:45 ໂມງຂອງວັນທີ 19/10/2021 ຜູ້ກ່ຽວໄດ້ເສຍຊີວິດ.


2 ເພດຊາຍ, ອາຍຸ 63 ປີ, ບ້ານປາກຕອນ, ເມືອງສັງທອງ, ນະຄອນຫຼວງວຽງຈັນ
ພະຍາດປະຈຳຕົວ ມີ ເບົາຫວານ ແລະ ຄວາມດັນເລືອດສູງ ຜ່ານມາໄດ້ສັກຢາວັກຊີນກັນໂຄວິດຄົບ ຜູ້ກ່ຽວມີອາການລ່ອຍມາຈາກເສັ້ນເລືອດສະໝອງຕີບໄດ້ໜຶ່ງອາທິດ ໄປປິ່ນປົວຢູ່ໂຮງໝໍ ແລະ ສືບຕໍ່ກິນຢາຢູ່ເຮືອນ
ກ່ອນໜ້າມາໂຮງໝໍອາການໜັກຂື້ນ ຈຶ່ງມາກວດຢູ່ໂຮງໝໍ 103 ແລະ ເກັບຕົວຢ່າງກວດ ຜົນພົບເຊື້ອໂຄວິດ-19 ຈຶ່ງໄດ້ເຂົ້າ ປິ່ນປົວ ໃນວັນທີ 17/10/21

.
ວັນທີ 18/10/21 ບໍ່ຮູ້ສະຕິ, ຖາມຕອບບໍ່ໄດ້, ອິດເມື່ອຍ ທ່ານໝໍໄດ້ຕິດຕາມຢ່າງໄກ້ຊິດ ແລະ ເຊີດຊູຢ່າງເຕັມສຸດຄວາມ
ສາມາດ ແຕ່ຄົນເຈັບອາການບໍ່ດີຂື້ນ ມາຮອດເວລາ 10:30 ໂມງ ຂອງວັນທີ 19/10/21 ຄົນເຈັບໄດ້ເສຍຊີວິດ.