ຂໍ້ແນະນຳ ເວລາໄປຊື້ເຄື່ອງຢູ່ຕະຫຼາດ, ຮ້ານມີນີມ໊າກ ຫຼື ຊຸບເປີມາເກັດ ເພື່ອໃຫ້ຫ່າງໄກຈາກ ໂຄວິດ-19

955

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ19 ຕຸລາ 2021ວ່າ:  ໃນໄລຍະ ທີ່ມີການແຜ່ລະບາດໃນຊຸມຊົນ ການໄປຊື້ເຄື່ອງຢູ່ຕະຫຼາດ ຫຼື ຮ້ານມີນີມ໊າກ ຫຼື ຊຸບເປີມາເກັດ ເປັນອີກຈຸດສ່ຽງໜຶ່ງ ທີ່ທ່ານຕ້ອງພິຈາລະນາກອ່ນເຂົ້າໄປໃນສະຖານທີ່ນີ້ ຄື: ຖ້າຕະຫຼາດແຫ່ງນີ້ ມີຄົນແອອັດ ຄົນຊື້-ຄົນຂາຍຫຼາຍ ຈົນບໍ່ສາມາດແຍກຫ່າງເກີນ 1 ແມັດໄດ້ ຫຼື ຖ້າເປັນຮ້ານມີນີມ໊າກ ຫຼື ຊຸບເປີມາເກັດແບບປິດປະຕູ ເປີດແອ ກໍ່ເປັນຈຸດສ່ຽງໜຶ່ງ ທີ່ທ່ານຄວນຫຼີກເວັ້ນ ເນື່ອງຈາກອາກາດໃນສະຖານທີ່ແຫ່ງນັ້ນບໍ່ໄຫລວຽນ ກໍ່ໃຫ້ເກີດຄວາມສ່ຽງສູງໃນການຕິດເຊື້ອໄດ້.

ເມື່ອທ່ານໝັ້ນໃຈວ່າສາມາດປ້ອງກັນໄດ້ດີ ໃນຈຸດຊື້ຂາຍແຫ່ງນີ້ ຂໍໃຫ້ທ່ານປະຕິບັດເຊັ່ນນີ້:
1.ລ້າງມືໃຫ້ສະອາດ ໃສ່ຜ້າປິດປາກ-ດັງ ຈາກນັ້ນກຽມເງິນໃນມືຂອງທ່ານໃຫ້ພ້ອມ ເພື່ອຫຼີກເວັ້ນການຢີບຈັບເຄື່ອງແລ້ວ ມາຈັບກະເປົາເງິນໃນຖົງ ຫຼື ໃນກະເປົາອີກ
2. ຖ້າທ່ານຕ້ອງໃຊ້ເງີນ ແບບໂອນຈ່າຍຜ່ານບັດເອທີເອັມ ຫຼື ລະບົບ One pay ໃນໂທລະສັບ ທ່ານຄວນກຽມບັດ ຫຼື ໂທລະສັບໃຫ້ພ້ອມໃນມື, ໂທລະສັບຄວນໃສ່ໃນຖົງຢາງໃສ ເພື່ອຫຼີກເວັ້ນການສໍາພັດໂທລະສັບໂດຍກົງ.


3. ການເລືອກຊື້ເຄື່ອງ ຄວນຫຼີກເວັ້ນການສໍາພັດຈັບບາຍເຄື່ອງທຸກຢ່າງ ແຕ່ຈົ່ງເລືອກຈັບບາຍ ແຕ່ສິ່ງທີ່ທ່ານມັກທີ່ສຸດເທົ່ານັ້ນ
4. ຮັບປະກັນຢູ່ຫ່າງຈາກຜູ້ຂາຍ ຫຼື ລູກຄ້າຄົນອື່ນ ຢ່າງໜ້ອຍ 1 ແມັດຂຶ້ນໄປ ຫຼື ຈຸດທີ່ທ່ານຢາກຊື້ ຍັງມີຄົນຫຼາຍ ກໍຄວນລໍຖ້າ ເພື່ອຮັບປະກັນຕໍ່ສຸຂະພາບທ່ານເອງ ແລະ ຄົນອື່ນດ້ວຍ.


5. ດີທີ່ສຸດ ກຽມຖົງໃສ່ເຄື່ອງຂອງຕົນເອງມາແຕ່ເຮືອນ, ແຕ່ຖ້າຕ້ອງເອົາຖົງຢາງມາຈາກຮ້ານ ຫຼື ຕະຫຼາດ ທ່ານຄວນຂ້າເຊື້ອ ຈຸດຫູຫິ້ວຂອງຖົງ ດ້ວຍການຜົ່ນເຫຼົ້າຂ້າເຊື້ອ ກ່ອນເອົາເຂົ້າເຮືອນ ແຕ່ຄວນລະວັງ ບໍ່ໃຫ້ການສີດຜົ່ນເຫຼົ້າຂ້າເຊື້ອ ຖືກອາຫານໂດຍກົງ.
6. ເມື່ອເກັບມ້ຽນອາຫານທີ່ຊື້ມາແລ້ວ ຄວນໄດ້ລ້າງມືໃສ່ສະບູໃຫ້ສະອາດດີອີກຄັ້ງ


7. ສ່ວນອາຫານທີ່ຊື້ມາຈາກຕະຫຼາດ ຄວນປຸງແຕ່ງໃຫ້ສຸກດີ ຫຼື ອຸ່ນຮ້ອນກ່ອນຈຶ່ງກິນ