ໃຜ​ຈະ​ໄດ້​ສວມ​ໃສ່ຊຸດ​​ນີ້ Miss Universe Laos 2021 ໄດ້ຊຸດ​ປະ​ຈໍາ​ຊາດ “ຜືນແຜ່ນດິນຄໍາແຫ່ງແດນຈໍາປາ”

465

ມາເບິ່ງໂສມໜ້າຂອງຊຸດປະຈໍາຊາດລາວ ທີ່ສາວງາມ ຫຼື ຜູ້ທີ່ຄອງມຸງກຸດ Miss Universe Laos 2021 ຈະໄດ້ສວມໃສ່ໄປປະກວດ Miss Universe 2021 ເຊິ່ງທາງເພຈ໌ຫຼັກ Miss Universe Laos ມີສຢູນິເວີຣສລາວ ໂພສ ເຜີຍຊຸດທີ່ໄດ້ເປັນຊຸດປະຈໍາຊາດລາວທີ່ແລ້ວໃນເວທີດັ່ງກ່າວ

ໂດຍລະບຸວ່າ ຂໍສະແດງຄວາມດີໃຈ ກັບຊຸດປະຈຳຊາດລາວ ທີ່ໄດ້ຮັບລາງວັນຊະນະເລີດ
ຄືຊຸດ ຜືນແຜ່ນດິນຄໍາແຫ່ງແດນຈໍາປາ ອອກແບບໂດຍ ນາງ ນົບຊະພອນ ຈັນທະວົງ

ຊຸດນີ້ຈະໄດ້ໄປເປັ່ງປະກາຍຄວາມເປັນລາວ ທີ່ ເວທີ ຈັກກະວານ ຢ່າງງົດງາມ
ຊຸດນີ້ ແຮງບັນດານໃຈ ມາຈາກດອກຈຳປາທີ່ເປັນດອກໄມ້ປະຈຳຊາດລາວທີ່ໄດ້ປະສົມປະສານກັບລວດລາຍລາວທີ່ເປັນເອກະລັກມສແຕ່ບູຮານນະການ ທີ່ໄດ້ແກະແບບລວດລາຍອອກມາຈາກປູສະນິບະສະຖານທີ່ສຳຄັນຂອງລາວເຮົາອີກແຫ່ງກໍຄື “ວັດຊຽງທອງ” ເຊິ່ງວັດດັງກ່າວກໍ່ໄດ້ຮັບການຍ້ອງຍໍວ່າເປັນ ອັນຍະມະນີຂອງສະຖາປັດຕະຍະກຳລາວອີກດ້ວຍ

ວັດສະດຸ ແລະ ອຸປະກອນ ຫນັງທຽມ, ທອງຄຳເປວ ຫລື ທອງແທ້, ຜ້າໄຫມປັກດີ້ງລາຍຄຳດ້ວຍມື, ຜ້າປັກເພັດ, ເຜັດສຳລັດຕິດ, ລວດ, ທໍPVC, ຜ້າສັກຫລາດ, ຊີຟອງ, ກຳມະຫຍີ່, ຜ້າໄຍບົວ ແລະ ໄມ້ສາກ,

ຊຸດທີ່ໄດ້ຮັບລາງວັນຮອງອັນດັບຫນື່ງແມ່ນຊຸດ ນັກຮົບຊຸດຂາວ ອອກແບບໂດຍ ທ້າວ ຂັນໄຊ ແຖມພູຄໍາ ໄດ້ແຮງບັນດານໃຈ ຈາກສະພາບໂຄວິດຢູ່ປະເທດເທດເຮົາໃນປັດຈຸບັນນີ້ແລະຜູ້ທີ່ເຮັດວຽກໃຫ້ພວກເຮົາຫນັກທີ່ສຸດກໍຄຶ


ແພດຫມໍທີ່ເພິ່ນໄດ້ເສຍສະຫລະ ເຮັດວຽກຫນັກເພຶ່ອສູ້ກັບສະພາບໂຄວິດແລະຍອດຜູ້ຕິດເຊຶ້ອທີ່ເພີ້ມຂຶ້ນເລຶ້ອຍໆ ແລະນ້ອງເອງກໍ່ເປັນຄົນລາວຄົນຫນຶງທີ່ຮູ້ສຶກພູມໃຈໃນໂຕຂອງແພດຫມໍທຸກຄົນ ທີ່ເສຍສະຫລະເຮັດວຽກຫນັກເພຶ່ອເຮົາຊ່ວຍເຮົາທຸກຄົນໃຫ້ປອດໄພຈາກພະຍາດໂຄວິດ-19 ເລີຍໄດ້ເປັນຊຸດນີ້ມາ

ສ່ວນວ່າຈະໄດ້ເປັນຜູ້ຄອງມຸງກຸດ ແລະ ໄດ້ສວມໃສ່ຊຸດນີ້ກໍລຸ້ນໄປນໍາກັນ ເພາະຕອນນີ້ແມ່ນກໍາລັງດໍາເນີນການປະກວດຢູ່.
ຈາກ: Miss Universe Laos ມີສຢູນິເວີຣສລາວ