ອັບເດດ! ຜູ້ປິ່ນປົວຫາຍດີຈາກໂຄວິດ19 ທີ່ສະຫວັນນະເຂດ ຫຼ້າສຸດກັບເພີ່ມ 41 ຄົນ

628

ເຖິງແມ່ນວ່າປັດຈຸບັນນີ້ ແຂວງສະຫວັນນະເຂດ ຍັງພົບຜູ້ຕິດເຊື້ອໂຄວິດ19 ແຕ່ວ່າຈຳນວນຕົວເລກແມ່ນຫຼຸດໜ້ອຍຖອຍລົງສົມຄວນຖ້າທຽບໃສ່ກັບໄລຍະທີ່ຜ່ານມາ ແລະ ຫຼ້າສຸດມື້ນີ້ 19 ຕຸລາ ພົບຜູ້ຕິດເຊື້ອພຽງແຕ່ 10 ຄົນ ແລະ ຂ່າວດີໄປກວ່ານັ້ນແມ່ນມີ 41 ຄົນກັບບ້ານເພີ່ມໃນວັນທີ 18 ຕຸລາ.

ວັນທີ 18 ຕຸລາ 2021 ໄດ້ສົ່ງຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 41 ຄົນ ກັບບ້ານຫຼັງໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ 9 ທັງໝົດ ໂດຍ ກຸ່ມວຽກຂ່າວສານເພື່ອສຸຂະພາບ ແລະ ສຸຂະສຶກສາ ໄດ້ສຸຂະສຶກສາ ໃຫ້ຄວາມຮູ້ກັບຜູ້ທີ່ປີ່ນປົວດີເເລ້ວ ແລະ ຄອບຄົວວ່າ:

1 ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ,ບ້ານ ແລະ ສະຖານທີ່ສ່ວນຕົວ.

2 ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

3 ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

ເຊີ່ງມາຮອດປະຈຸບັນ ແຂວງສະຫັວນນະເຂດ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມ 7.479 ຄົນ, ປີ່ນປົວດີເເລ້ວສະສົມ 7.066 ຄົນ, ຍັງປີ່ນປົວຢູ່ໂຮງໝໍສະໜາມ 413 ຄົນ, ເສຍຊີວິດສະສົມ 8 ຄົນ,ຍິງ 2 ຄົນ.