ຊາອຸດິອາຣາເບຍ ສ້າງສູນທ່ອງທ່ຽວລອຍທະເລແຫ່ງທຳອິດຂອງໂລກ

705

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 16 ຕຸ​ລາ 2021 ວ່າ ກອງ​ທຶນ​ຄວາມ​ມັ່ງ​ຄັ່ງ​ແຫ່ງ​ຊາດ​ຊາ​ອຸ​ດິ​ອາ​ຣາ​ເບຍ (PIF) ໄດ້​ປະ​ກາດ​ເປີດ​ຕົວ​ໂຄງ​ການ “ ເດິ ຣິກ” (THE RIG) ເຊິ່ງ​ເປັນ​ໂຄງ​ການ​ກໍ່​ສ້າງ​ສູນ​ທ່ອງ​ທ່ຽວ​ລອຍ​ນ້ຳ​ຂະ​ໜາດ​ໃຫຍ່​ຢູ່​ກາງ​ທະ​ເລ ແຫ່ງ​ທຳ​ອິດ​ຂອງ​ໂລກ ໂດຍ​ໄດ້​ແຮງ​ບັນ​ດານ​ໃຈ​ຈາກ​ແທ່ງ​ຂຸດ​ເຈາະ​ນ້ຳ​ມັນ​ກາງ​ທະ​ເລ.

PIF ເປັນ​ກົນ​ໄກຫຼັກ​ໃນ​ການ​ຂັບ​ເຄື່ອນ​ແຜນ​ປ່ຽນ​ແປງ​ນະ​ໂຍ​ບາຍ​ເສດ​ຖະ​ກິດໃໝ່​ຂອງ​ປະ​ເທດ ຂອງ​ເຈົ້າ​ຊາຍ ໂມ​ຮາ​ມັດ ບິ​ນ ຊັ​ລ​ມານ ມະ​ກຸດ​ຣາ​ຊະ​ກຸມ​ມານ​ແຫ່ງ​ຣາ​ຊະ​ວົງ​ຊາ​ອຸ​ດິ​ອາ​ຣາ​ເບຍ ໂດຍ​ມີ​ເງິນບໍ​ລິ​ຫານ​ຈັດ​ການໃນ​ກອງ​ທຶນ​ປະ​ມານ 400 ຕື້​ໂດ​ລາ​ສະ​ຫະ​ລັດ.

ຖະ​ແຫຼງ​ການ​ຂອງ PIF ລະ​ບຸ​ວ່າ: ໂຄງ​ການ​ ເດິ ຣິກ ຕັ້ງ​ຢູ່​ໃນ​ທະ​ເລ​​ອ່າວ​ເປີ​ເຊຍ ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ປະ​ເທດກວມ​ເອົາ​ເນື້ອ​ທີ່ 150.000 ຕາ​ແມັດ ໂດຍ​ໂຄງ​ການ​ດັ່ງ​ກ່າວຈະ​ມີ​ສິ່ງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວຫຼາກຫຼາຍ​ຢ່າງ, ພ້ອມ​ມີໂຮງ​ແຮມຫຼູຫຼາ 3 ແຫ່ງ, ​ພັດ​ຕະ​ຄານ, ຮ້ານ​ອາ​ຫານ, ລານ​ຈອດ​ເຮ​ລີຄ໊ອບ​ເຕີ ແລະ ກິດ​ຈະ​ກຳ​ພະ​ຈົນ​ໄພ​ຕ່າງໆ ລວມ​ທັງ​ກິ​ລາ ເອັ​ກ​ຊ໌​ຕ​ຣີມ. ແນວ​ໃດ​ກໍ​ຕາມ PIF ບໍ່​ໄດ້​ເປີດ​ເຜີຍ​ມູນ​ຄ່າ​ການ​ລົງ​ທຶນ​ຂອງ​ໂຄງ​ການ​ດັ່ງ​ກ່າວ​ນີ້.