ລາຍລະອຽດຜູ້ຈາກໄປກໍລະນີທີ 39-40 ມີຕາມນີ້ ບໍ່ໄດ້ຊັກວັກຊີນ, ໜຶ່ງຄົນເປັນຄົນມຽນມາ

536

ທ່ານນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜາກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານສະພາບການຕິດເຊື້ອໂຄວິດ19 ວ່າ: ມາຮອດວັນທີ 16 ຕຸລາ 2021 ຜົນກວດ 5.622 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ທັງໝົດ 296 ຄົນ, ນໍາເຂົ້າ ຄົນ ຈາກແຂວງ ນະຄອນຫຼວງວຽງຈັນ 7 ຄົນ, ສະຫວັນນະເຂດ 4 ຄົນ, ສາລະວັນ 1 ຄົນ ແລະ ໄຊຍະບູລີ 1 ຄົນ ແລະ ເສຍຊີວິດເພີ່ມ 2 ຄົນ

ເຊິ່ງລາຍລະອຽດຜູ້ຈາກໄປກໍລະນີທີ 39-40 ມີຕາມນີ້

ຜູ້ທີ 1 ເປັນຜູ້ຊາຍ ອາຍຸ 69 ປີ, ອາຊີບ ນັກທຸລະກິດ, ບ້ານຈອມມະນີ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຜ່ານມາບໍ່ໄດ້ຮັບວັກຊີປ້ອງກັນໂຄວິດ 19 ມີພະຍາດປະຈໍາໂຕ ພະຍາດຊັກບ້າໝູ, ເບົາຫວານ ແລະ ຄວາມດັນເລືອດສູງຜູ້ກ່ຽວເປັນຄົນເຈັບນອນປິ່ນປົວຢູ່ພະແນນກລະບົບປະສາດ ຂອງໂຮງໝໍດຕະພາບ, ແຕ່ວັນທີ 26/09/2021

ວັນທີ 29 ກັນຍາ 2021 ໄດ້ກວດຊອກຫາເຊື້ອໂຄວິດ19 ແລະ ຜົນກວດບເຊື້ອ ຈຶ່ງໄດ້ຍ້າຍເຂົ້ານອນປິ່ນປົວຕໍ່ຢູ່ພະແນກຊຶມເຊື້ອທີ່ໂຮງໝໍມິດຕະພາບ ໃນວັນທີ 2/10/2021
ມາຮອດເວລາ 6:14 ນາທີ ຂອງວັນທີ 16/10/2021 ຜູ້ກ່ຽວກໍເສຍຊີວິດ

ຜູ້ທີ 2 ເປັນຜູ້ຊາຍ, ອາຍຸ 33 ປີ, ອາຊີບຫວ່າງງານ, ສັນຊາດມຽນມາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຜູ້ກ່ຽວມີພະຍາດປະຈໍາໂຕຄື ເບົາຫວານ, ຜ່ານມາບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ 19
ມີອາການໄຂ້, ໄອ ແລະ ເຈັບຄໍ ໄດ້ປະມານ 1 ອາທິດ ແລະ ຜູ້ກ່ຽວຊື້ຢາກິນເອງ
ວັນທີ 25 ກັນຍາ 2021 ໄດ້ເກັບຕົວຢ່າງມາກວດເພື່ອຊອກຫາເຊື້ອ

ວັນທີ 26 ກັນຍາ 2021 ຜົນກວດພົບເຊື້ອໂຄວິດ 19 ແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍສະໜາມເຂດຖະກິດສາມຫຼ່ຽມຄໍາ. ໄລຍະປິ່ນປົວຢູ່ ມໍລະສຸມ ໂຮງໝໍດັ່ງກ່າວ (ຜູ້່ຽວບໍ່ໃຫ້ການຮ່ວມມືເທົ່າທີ່ຄວນ) ມາວັນທີ 15 ຕຸລາ 2021 ເວລາ 2 ໂມງ ຜູ້ກ່ຽວໄດ້ເສຍຊີວິດລົງ ຢູ່ໂຮງໝໍສະໜາມເສດຖະກິດພິເສດສາມຫຼ່ຽມຄໍາ.

ມາຮອດວັນທີ 16 ຕຸລາ 2021 ຍອດຜູ້ຕິດເຊື້ອສະສົມທັງໝົດມີ 32.029 ຄົນ, ເສຍຊີວິດສະສົມ 40 ຄົນ (ໃໝ່ 2), ປິ່ນປົວຫາຍດີ 864 ຄົນ.