1 ກໍລະນີເສຍຊີວິດໃໝ່ ແມ່ນກໍລະນີຜູ້ເສຍຊີວິດຄົນທໍາອິດຂອງແຂວງຫຼວງພະບາງ

819

ມາຮອດວັນທີ 13 ຕຸລາ ເສຍຊີວິດເພີ່ມ 1 ຄົນ ເຮັດໃຫ້ຍອດຜູ້ເສຍຊີວິດສະສົມເປັນ 36 ຄົນ, ຍອດຜູ້ຕິດເຊື້ອສະສົມ 30.615 ຄົນ ປິ່ນປົວຫາຍດີ 315 ຄົນ

ຂໍ້ມູນຜູ້ເສຍຊີວິດໃໝ່ມື້ນີ້ 1 ກໍ ລະນີ ແມ່ນຄົນແຂວງຫຼວງພະບາງ ແລະ ເປັນກໍລະນີທໍາອິດທີ່ເສຍຊີວິດຈາກພະຍາດໂຄວິດຢູ່ຫຼວງພະບາງ ລາຍລະອຽດຕາມນີ້

ສຳລັບກໍລະນີຄົນເຈັບເສຍຊີວິດ ເປັນເພດຊາຍ, ອາຍຸ 60 ປີ, ບ້ານ ນາຫຼວງ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ຜູ້ກ່ຽວມີພະຍາດປະຈໍາຕົວ ຄື ເປັນອໍາມະພາດ ແລະ ໄຂ່ຫຼັງຊຸດໂຊມ.

ຜ່ານມາ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19. ຜູ້ກ່ຽວ ມາໂຮງໝໍໃນວັນທີ 9 ຕຸລາ 2021 ຍ້ອນຫາຍໃຈຝຶດ ແລະ ແໜ້ນໜ້າເອິກ. ວັນທີ 10 ຕຸລາ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19 ໃນວັນທີ 11 ຕຸລາ 2021. ມາຮອດວັນທີ 13 ຕຸລາ 2021 ຜູ້ກ່ຽວເສຍຊີວິດລົງ.

ໃນກໍລະນີສະມາຊິກໃນຄອບຄົວຜູ້ໃດຜູ້ໜື່ງເສຍຊີວິດ ຄະນະສະເພາະກິດຂອງແຂວງ ບໍ່ສາມາດມອບສົບ ໃຫ້ກັບຄອບຄົວໄປບໍາເພັນກູສູນໄດ້ ເພື່ອບໍ່ໃຫ້ເຊື້ອໂລກແຜ່ກະຈາຍ ເວລາໄປສົ່ງສະການ ກໍ່ໃຫ້ມີແຕ່ຍາດພີ່ນ້ອງຄອບຄົວເປັນວົງແຄບ ແລະຢູ່ຫ່າງໄກ

ຈາກ: ຂ່າວສານຫລວງພະບາງ Luangprabang News