ຜູ້ເຮັດວຽກໜັກກໍ່ເຮັດໄປ ຜູ້ລະເມີດກໍ່ຍັງຫຼາຍ! ບໍ່ແກ້ວ ຍັງພົບເຫັນຕໍ່ຜູ້ມັກຊຸມແຊວ

367

ໃນທ່າມກາງການແຜ່ລະບາດຂອງໂຄວິດ19 ຫຼາຍພາກສ່ວນແມ່ນໄດ້ເຮັດໜ້າທີ່ເປັນດ່ານໜ້າ ປ້ອງກັນຄົນທັງຫຼາຍຫວັງໃຫ້ພະຍາດຜ່ອນຄາຍລົງ ແຕ່ພັດຍັງມີຄົນຈຳນວນໜຶ່ງຍັງຖືເບົາຫຼິ້ນກິນເສີຍເອົາຄວາມ່ວນເປັນຫຼັກບໍສົນໃຈນຳບ້ານເມືອງ.

ໃນຄໍ່າຄືນຂອງວັນທີ 12 ຕຸລາ 2021ນີ້ ໜ່ວຍສະເພາະກິດພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ສົມທົບກັບ ປກຊ-ປກສ ແຂວງໄດ້ລົງກວດກາບັນດາຮ້ານກິນດື່ມ, ຄາລາໂອເກະ ຢູ່ຕາມຈຸດຕ່າງໆຂອງຫ້ວຍຊາຍ ນໍາໂດຍທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກ ຖວທ ແຂວງ, ມີເຈົ້າໜ້າທີ່ ປກຊ-ປກສ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ.

ຜ່ານການລົງກວດກາຍັງພົບເຫັນກຸ່ມຄົນຈໍານວນໜຶ່ງຍັງມີການຊຸມແຊວຢູ່ຕາມຮ້ານນ້ອຍ ແລະ ບໍ່ມີການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຕາມແຈ້ງການຂອງຄະນະສະເພາະກິດຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຂອງແຂວງບໍ່ແກ້ວໄດ້ວາງອອກ, ຮ້ານທີ່ພົບເຫັນມີການຊຸມແຊວ, ມີການດື່ມ ຢ່າງຄຶກຄື້ນ ໂດຍບໍ່ເກງຕໍ່ກັບສະພາບທີ່ເປັນຢູ່ໃນປັດຈຸ ທີ່ມີການລະບາດໂຄວິດ19 ແລະ ຖືເບົາຕໍ່ກັບມາດຕະການຕ່າງໆທີ່ທາງຂັ້ນເທິງໄດ້ວາງອອກ ໃນແຕ່ລະໄລຍະ

ທາງຄະນະສະເພາະກິດແມ່ນໄດ້ກ່າວເຕືອນ ແລະ ສ້າງບົດບັນທຶກໄວ້ ຖ້າຫາກມີການຊຸມແຊວພົບເຫັນ ແລະ ບໍ່ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຂອງແຂວງ ແລ້ວຈະປະຕິບັດຕາມລະບຽບກົດໝາຍຢ່າງເດັດຂາດ, ທັງນີ້ ກໍ່ເພື່ອເຮັດໃຫ້ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວຫລຸດຫນ້ອຍຖອຍລົງ ແລະ ປ້ອງກັນການແຜ່ເຊື້ອພະຍາດໄປເປັນວົງກວ້າງ.

າກ: ໜັງສືພິມບໍ່ແກ້ວ