ຍອດຂາຍໂຕໂຍຕ້າ ໃນຈີນຫຼຸດລົງໃນເດືອນກັນຍາ ເຫດ ຂາດແຄນຊິບ

711

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ  12 ຕຸ​ລາ 2021 ​ວ່າ ບໍ​ລິ​ສັດ​ໂຕ​ໂຍ​ຕ້າ ມໍ​ເຕີ ເປີດ​ເຜີຍ​ວ່າ ຍອດ​ຂາຍ​ລົດ​ໂຕ​ໂຍ​ຕ້າ​ໃນ​ຈີນ​ໄດ້ຫຼຸດ​ລົງ​ເຖິງ 39,5% ໃນ​ເດືອນ​ກັນ​ຍາ ມາ​ຢູ່​ທີ່ 115.000 ຄັນ, ຫຼັງ​ຈາກ​ທີ່ຫຼຸດ​ລົງ 11,9% ໃນ​ເດືອນ​ສິງ​ຫາ ສ່ວນ​ສາ​ເຫດຫຼັກ ຍ້ອນ​ຂາດ​ແຄນ​ເຊ​ມີ​ຄອນ​ດັກ​ເຕີ (ຊິບ) ເຊິ່ງ​ເປັນ​ສ່ວນ​ປະ​ກອບ​ສຳ​ຄັນ​ໃນ​ການ​ຜະ​ລິດ​ອາ​ໄຫຼ່​ລົດ ລວ​ມ​ທັງ​ເຄື່ອງ​ເອ​ເລັກ​ໂຕ​ຣ​ນິກ​ອື່ນໆ.

ນັກ​ວິ​ເຄາະ​ຄາດ​ການ​ວ່າ ຜູ້​ຜະ​ລິດ​ລົດ​ລາຍ​ໃຫຍ່​ຂອງ​ຍີ່​ປຸ່ນ​​ທີ່​ດຳ​ເນີນ​ທຸ​ລະ​ກິດໃນ​ຈີນ ມີ​ທ່າ​ອ່ຽງ​ທີ່​ຈະ​ປະ​ສົບ​ບັນ​ຫາ​ການ​ຂາດ​ແຄນ​ເຊ​ມີ​ຄອນ​ດັກ​ເຕີ​ ຢ່າງ​ຮຸນ​ແຮງ ເນື່ອງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢ່າງ​ຮຸນ​ແຮງໃນ​ພູ​ມີ​ພາກ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ຂະ​ນະ​ນີ້.

ສ່ວນ​ບໍ​ລິ​ສັດ​ຮອນ​ດາ ມໍ​ເຕີ ເປີດ​ເຜີຍ​ວ່າ: ຍອດ​ຂາຍ​ລົດ​ໃໝ່​ໃນ​ຈີນ​ຫຼຸດ​ລົງ 28,1% ໃນ​ເດືອນ​ກັນ​ຍາຢູ່​ທີ່​ລະ​ດັບ 212.448 ຄັນ. ຂະ​ນະ​ທີ່ ບໍ​ລິ​ສັດ​ນິສສັນ ມໍ​ເຕີ ຫຼຸດ​ລົງ 26,2% ຢູ່​ທີ່ 104.433 ຄັນ ແລະ ​ຄາດ​ວ່າ ​ບໍ​ລິ​ສັດຍັງ​ຈະ​ສືບ​ຕໍ່​ປະ​ສົບ​ບັນ​ຫາ​ການ​ຂາດ​ແຄນ​ເຊ​ມີ​ຄອນ​ດັກ​ເຕີ​ຕໍ່​ໄປ​ຢ່າງ​ໜ້ອຍ​ຈົນ​ໝົດ​ປີ​ນີ້.