ວິທີເຮັດ “ໂຊຊ່ຽວດີທັອກ” ຈາກສື່ສັງຄົມອອນລາຍ ພັກສະໝອງ-ຫຼຸດຄວາມຄຽດ

658

ການໃຊ້ງານສື່ສັງຄົມອອນລາຍອາດເຮັດໃຫ້ຮ່າງກາຍ ແລະ ຈິດໃຈໄດ້ຮັບຜົນກະທົບ ເຊັ່ນ: ການຮັບຂໍ້ມູນຂ່າວສານຫຼາຍເກີນໄປ ການຖືກກະຕຸ້ນທາງອາລົມຢ່າງຮຸນແຮງ ລວມທັງການຖືກຂົ່ມເຫັງ ຫຼື ຖືກວິພາກວິຈານ ຈຶ່ງຄວນເຮັດໂຊຊ່ຽວດີທັອກ (Social Detox) ເພື່ອບຳບັດການໄດ້ຮັບຜົນກະທົບຈາກສັງ ຄົມອອນລາຍ ໂດຍຫຼຸດການໃຊ້ໃຫ້ໜ້ອຍລົງ ເພື່ອຫຼຸດການຮັບຂໍ້ມູນຂ່າວສານລ້າງສານພິດຈາກສື່ສັງຄົມອອນລາຍ ແລະ ຟື້ນຟູສະພາບຈິດໃຈ.

ວິທີການເຮັດໂຊຊ່ຽວດີທັອກດ້ວຍຕົນເອງປະກອບມີດັງນີ້:

1 ປິດແຈ້ງເຕືອນໃນຊ່ວງພັກ

ສະໝອງຈະເກີດການຕອບສະໜອງຕໍ່ສຽງ ແລະ ການສັ່ນແຈ້ງເຕືອນ ເຮັດໃຫ້ຮ່າງກາຍຕ້ອງການກວດເຊັກການແຈ້ງເຕືອນຂອງໂທລະສັບຢ່າງສະໝ່ຳສະເໝີ ເຊິ່ງອາດກະຕຸ້ນຄວາມກັງວົນ ແລະ ເພີ່ມຄວາມຄຽດໄດ້.

2 ກຳນົດເວລາໃຊ້ງານໂທລະສັບ

ກຳນົດເວລາການໃຊ້ງານໂທລະສັບ ແລະ ສື່ສັງຄົມອອນລາຍຕ່າງໆ ເຊັ່ນ: ພັກການໃຊ້ງານທຸກ 30 ນາທີ ຫຼື ກຳນົດການໃຊ້ງານເທື່ອລະ 5-10 ນາທີ.

3 ເຮັດໂຊຊ່ຽວດີທັອກທຸກມື້ພັກ

ມື້ພັກເປັນຊ່ວງເວລາພັກຜ່ອນ ເຊິ່ງເໝາະກັບການໃຊ້ຊີວິດໂດຍປາສະຈາກອິນເຕີເນັດສື່ສັງຄົມອອນລາຍ ຫຼື ໃຊ້ໃຫ້ໜ້ອຍທີ່ສຸດ ເພື່ອໃຫ້ຮ່າງກາຍ ແລະ ສະໝອງໄດ້ຜ່ອນຄາຍ.

4 ຊຶມຊັບບັນຍາກາດແບບອັອບລາຍ (off line)

ການປິດໂທລະສັບ ການໃຊ້ຊີວິດແບບອັອບລາຍ, ການບໍ່ລົງພາບ ຫຼື ສະຖານະໃນສື່ສັງຄົມອອນລາຍ ແລະ ການເຮັດກິດຈະກຳນອກໜ້າຈໍ ເຊັ່ນ: ອ່ານໜັງສື, ທ່ອງທ່ຽວ, ສົນທະນາກັບໝູ່ເພື່ອນ, ໃຊ້ເວລາຮ່ວມກັບຍາດຕິພີ່ນ້ອງ ຫຼື ຄອບຄົວ ເພື່ອຮັບປະສົບການນອກສື່ສັງຄົມອອນລາຍຢ່າງເຕັມທີ່.

5 ຈັດການເນື້ອຫາຂອງຂໍ້ມູນທີ່ໄດ້ຮັບ

ເລືອກຮັບຂໍ້ມູນຈາກແຫຼ່ງທີ່ໜ້າເຊື່ອຖື ຫຼຸດການຕິດຕາມຜູ້ມີອິດທິພົນເທິງສື່ສັງຄົມອອນລາຍ (Infuencer) ທີ່ບໍ່ໄດ້ປະໂຫຍດ ແລະ ເລືອກຕິດຕາມສະເພາະຄົນທີ່ເຮັດໃຫ້ເຮົາຮູ້ສຶກດີ ແລະ ມີຄວາມສຸກ

6 ງົດຫຼິ້ນໂທລະສັບກ່ອນນອນ

ແສງໄຟຈາກໜ້າຈໍອຸປະກອນ ຫຼື ໂທລະສັບແບບສະມາດໂຟນຈະກະຕຸ້ນໃຫ້ສະໝອງເຮັດວຽກຫຼາຍຂຶ້ນ ແລະ ຫຼຸດການເຮັດວຽກຂອງສານເມລາໂທນິນທີ່ເຮັດໃຫ້ການນອນຫຼັບໄດ້ຍາກຂຶ້ນ.

ຄຳແນະນຳຈາກແພດ

ຫາກເຮັດໂຊຊ່ຽວດີທັອກແລ້ວຍັງມີຄວາມຮູ້ສຶກວ່າຕົນເອງໄດ້ຮັບຜົນກະທົບຈາກການໃຊ້ງານສື່ສັງຄົມອອນລາຍ ເຊັ່ນ: ຮູ້ສຶກຄຽດ, ເສົ້າ ຫຼື ຫົດຫູ່ຕິດຕໍ່ກັນເປັນເວລາດົນ ຄວນຮີບປຶກສານັກຈິດວິທະຍາ ຫຼື ຈິດຕະແພດ.