ມື້ນີ້ເສຍຊີວິດສະສົມເປັນ 26 ກໍລະນີແລ້ວ (ໃໝ່ 2), ຕິດເຊື້ອໃນຊຸມຊົນ 419 ຄົນ

884

ສະຖານະການໂຄວິດ19 ຂອງ ສ ປປ ລາວ ໜັກໜ່ວງອີກແລ້ວມື້ນີ້ 9 ຕຸລາ 2021 ພົບຜູ້ເສຍຊີວິດຈາກໂຄວິດ 19 ໃໝ່ 2 ກໍລະນີ ເປັນ ຜູ້ເສຍຊີວິດສະສົມ 26 ຄົນແລ້ວ, ພົບຜູ້ຕິດເຊື້ອໃໝ່ 425 ຄົນດ ນໍາເຂົ້າ 6 ຄົນ, ຊຸມຊົນ 419 ຄົນ ໃນນັ້ນນະຄອນຫຼວງວຽງຈັນຫຼາຍກ່ອນໝູ່ 273 ຄົນ, ຫຼວງພະບາງ 51 ແລະ ສະຫວັນນະເຂດ ຄົນ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 9 ຕຸລາ 2021 ວ່າ ມາຮອດວັນທີ 8 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.081 ຕົວຢ່າງ,

ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 425 ຄົນ, ນໍາເຂົ້າ 6 ຄົນ ນະຄອນຫຼວງວຽງຈັນ 5 ຄົນ, ສະຫວັນນະເຂດ 1 ຄົນ, ຊຸມຊົນ 419 ຄົນ ນະຄອນຫຼວງວຽງຈັນ 273, ຫຼວງພະບາງ 51 ຄົນ, ສະຫວັນນະເຂດ 20 ຄົນ, ແຂວງວຽງຈັນ 19 ຄົນ, ບໍ່ແກ້ວ 18 ຄົນ, ບໍຄໍາໄຊ 13 ຄົນ, ຫຼວງນໍ້າທາ 7 ຄົນ, ຈໍາປາສັກ 7 ຄົນ, ຄໍາມ່ວນ 6 ຄົນ, ສາລະວັນ 3 ຄົນ ແລະ ຊຽງຂວາງ 2 ຄົນ

ມາຮອດວັນທີ 8 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 28.032 ຄົນ, ເສຍຊີວິດສະສົມ 26 (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 295 ຄົນ, ກໍາລັງປິ່ນປົວ 6.027 ຄົນ.