ແຂວງ ໄຊຍະບູລີ ລະດົມທຶນ ແລະ ເຄື່ອງປ້ອງກັນ ພະຍາດໂຄວິດ -19 ເພື່ອຊ່ວຍແຂວງ ຫຼວງພະບາງ

508

ເພື່ອເປັນການສົມທົບທຶນຮອນປະກອບສ່ວນຊ່ວຍເຫຼືອເຂົ້າໃນວຽກງານ ການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ແຂວງ ຫຼວງພະບາງ ແລະ ເປັນການໃຫ້ກໍາລັງໃຈຕໍ່ພະນັກງານ ແລະ ເຈົ້າໜ້າທີ່ທຸກພາກສ່ວນທີ່ເຮັດໜ້າທີ່ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ- 19 ໃຫ້ໄດ້ຮັບໝາກຜົນ ແລະ ຕອບໂຕ້ກັບພະຍາດດັ່ງໄດ້ຢ່າງວ່ອງໄວ, ທັນເຫດການ, ເຊິ່ງແຂວງດັ່ງກ່າວເປັນແຂວງໃກ້ຄຽງ ແລະ ມີການພົວພັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນກັບແຂວງ ໄຊຍະບູລີ ດ້ວຍດີຕະຫຼອດມາ.


ໃນວັນທີ 7 ຕຸລາ 2021 ນີ້ ທີ່ຫ້ອງວ່າການແຂວງ ໄຊຍະບູລີ ໄດ້ລະດົມທຶນ ແລະ ເຄື່ອງປ້ອງກັນ ໂຄວິດ-19 ຈາກບັນດານັກທຸລະກິດ, ຜູ້ປະກອບການ ແລະ ບັນດາພະແນກການ-ກົມກອງອ້ອມຂ້າງແຂວງ ໄຊຍະບູລີ ເພື່ອຈະນໍາເອົາເຄື່ອງດັ່ງກ່າວໄປປະກອບສ່ວນຊ່ວຍແຂວງ ຫຼວງພະບາງ ໃນການຕອບໂຕ້ຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19.

ການລະດົມທຶນຄັ້ງນີ້ໄດ້ມີບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ, ຫ້າງຮ້ານ ແລະ ບັນດາພະແນກການ, ກົມກອງ ອ້ອມຂ້າງແຂວງ ນໍາເອົາວັດຖຸປັດໃຈເປັນຕົ້ນແມ່ນ: ນ້ຳດື່ມ, ຜ້າປິດປາກ, ໜ້າກາກໃສ, ຈຽວລ້າງມື, ຊຸດປ້ອງກັນໂຄວິດ-19 ແລະ ເງິນສົດຈໍານວນໜຶ່ງ ມາມອບໃຫ້ແກ່ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງ ໄຊຍະບູລີ

ໂດຍມີທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ພ້ອມຄະນະ, ເປັນຜູ້ຮັບ, ພ້ອມທັງ ກ່າວຄຳຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທຸກພາກສ່ວນທີ່ໄດ້ສົມທົບທຶນຮອນ, ເຄື່ອງໃຊ້ຕ່າງໆເພື່ອຊ່ວຍແຂວງ ຫຼວງພະບາງ, ເຄື່ອງດັ່ງກ່າວແມ່ນຈະໄດ້ນໍາໄປມອບຕໍ່ໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແຂວງ ຫຼວງພະບາງ ນໍາໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ພ້ອມຄະນະ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ