ລະຄອນເພັງ ໄດ້ປິດສູນຈຳກັດບໍລິເວນທີ່ເປັນໂຮງຮຽນທັງໝົດແລ້ວ

415

ດັ່ງທີ່ຮູ້ກັນດີ ສຳລັບຜູ້ທີ່ປິ່ນປົວຫາຍດີ ຈາກການຕິດເຊື້ອໂຄວິດ19 ທີ່ຂັ້ນແຂວງ ໄດ້ສົ່ງຕົວກັບບ້ານ ແລ້ວຕ້ອງໄດ້ມາກັກຕົວເພີ່ມອີກ ຈຳນວນ14 ວັນ ໃນຂັ້ນ ເມືອງຂອງຕົນເອງ ເພື່ອຄວາມປອດໄພ ແລະ ເຮັດຕາມຄຳສັ່ງຂອງຄະນະສະເພາະກິດ ຫຼັງຈາກທີ່ຄົບກຳນົດ 14 ວັນ ໃນຂັ້ນເມືອງ ກໍ່ສາມາດກັບບ້ານຫາຄອບຄົວໄດ້ ແຕ່ວ່າທັງຄະນະສະເພາະກິດຂັ້ນເມືອງ ກໍ່ຕ້ອງເອົາໃຈໃສ່ ໂດຍສະເພາະການພົ່ນຢາຂ້າເຊື້ອໃນບັນດາສູນຈຳກັດບໍລິເວນຂອງຕົນ.

ວັນທີ 5 ຕຸລາ 2021 ຫ້ອງການສາທາລະນະສຸກເມືອງລະຄອນເພັງ ນໍາໂດຍ ດຣ ສາລີ ວົງຄໍາແພງ ຮອງຫົວໜ້າຫ້ອງການ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ຫ້ອງການ ສາທາລະນະສຸກເມືອງ ໂດຍໃຫ້ເຂົ້າຮ່ວມ ຂອງທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັງ ຫົວຄະນະສະເພາະກິດ ໂຄວິດ -19 ແລະ ພາກສ່ວນກ່ຽວຂ້ອງ.

ການລົງເຄື່ອນໄຫວພົ່ນຢ່າຂ້າເຊື້ອໃນຄັ້ງນີ້ແມ່ນໄດ້ລົງເຄື່ອນໄຫວຢູ່ 8 ຈຸດທີ່ເຄີຍນໍາໃຊ້ເປັນຈຸດຈໍາກັດບໍລິ ເວນຂອງເມືອງ ຄື: ຈຸດ ມສ ດ່ານນາເລົາ, ມຕ ຫຼັກ90, ມຕໂນນສະຫວ່າງ, ມຕ ໜອງແສງ, ອະນຸບານລະຄອນສີ, ປະຖົມຄອນສາຍ, ປະຖົມແກ້ງສະພານທອງ ແລະປະຖົມພູຖໍ້າພວງ

ທັງນີ້ເພື່ອສ້າງຄວາມປອດໄພ ແລະໝັ້ນໃຈ ໃນການຈັດການຮຽນ-ສອນ ຂອງແຕ່ລະໂຮງຮຽນ. ເຊິ່ງມາຮອດປັດຈຸບັນເມືອງລະຄອນເພັງໄດ້ປິດຈຸດຈໍາກັດບໍລິເວນທີ່ນໍາໃຊ້ໂຮງຮຽນເປັນສະຖານທີ່ຈໍາກັດບໍລິເວນທັງໝົດໃນທົ່ວເມືອງ ໂດຍຮັກສາໄວ້ພຽງ 1 ຈຸດຄື: ຈຸດໂຮງໝໍນ້ອຍປາກຕະພານ ເພື່ອໄວ້ຮອງຮັບ ຜູ້ທີ່ເດີນທາງມາຈາກເຂດສ່ຽງ ແລະມາຈາກຕ່າງປະເທດເຂົ້າຈໍາກັດບໍລິເວນ.