ຕ້ອງຂອບໃຈ ສປ ຈີນ ຢືນຢັນຫຼ້າສຸດຈະຊ່ວຍເຫຼືອວັກຊີນໃຫ້ລາວຕື່ມຈຳນວນຫຼາຍກວ່າຜ່ານມາ

425

ປັດຈຸບັນນີ້ ໃນທົ່ວປະເທດລາວ ມີຈຳນວນປະຊາຊົນທີ່ໄດ້ຮັບວັກຊິນເຂັມທີ 1 ແມ່ນຢູ່ທີ່ 3.008.375 ແລະ ເຂັມ 2 ຢູ່ທີ່ 2.116.049 ( ຂໍ້ມູນທີ 3 ຕຸລາ 2021 ຈາກສູນຂ່າວສານການແພດ ສຸຂະສຶກສາ) ເຊິ່ງວ່າຕາມແຜນຂອງລັດຖະບານລາວແມ່ນຕ້ອງບັນລຸ 50% ຂອງປະຊາກອນທົ່ວປະເທດໃນປີ 2021 ຂ່າວຫຼ້າສຸດນີ້ ໃຫ້ຮູ້ວ່າ ສປ ຈີນ ຈະຊ່ວຍເຫຼືອວັກຊິນໃຫ້ແກ່ລາວເພີ່ມໃນຈຳນວນທີ່ຫຼາຍກວ່າຜ່ານມາ.


ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ ໃຫ້ສໍາພາດກ່ຽວກັບການຮ່ວມມືໃນຂົງເຂດສາທາລະນະສຸກລະຫວ່າງລາວ-ຈີນວ່າ ສປ ຈີນຈະສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວຕື່ມອີກໃນຈໍານວນທີ່ຫຼາຍກວ່າຍອດການຊ່ວຍເຫຼືອຜ່ານມາ ເພື່ອປະກອບສ່ວນໃນການບັນລຸເປົ້າໝາຍຂອງລັດຖະບານລາວທີ່ຈະສັກວັກຊີນໃຫ້ປະຊາກອນໃຫ້ໄດ້ 50% ພາຍໃນປີ 2021.

ທ່ານເອກອັກຄະລັດຖະທູດຈີນກ່າວຕື່ມວ່າ: ແຜນແມ່ບົດທີ່ໄດ້ກໍານົດວ່າສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການປ້ອງກັນ ແລະຄວບຄຸມພະຍາດຂ້າມຊາດຮ່ວມກັນ ເຊິ່ງມີຄວາມໝາຍສໍາຄັນຫຼາຍ ໂດຍສະເພາະພາຍໃຕ້ສະຖານະການຕ້ານໂຄວິດ-19 ໃນປັດຈຸບັນນີ້, ຝ່າຍຈີນຍິ່ງຕ້ອງເພີ່ມທະວີການຮ່ວມມືດ້ານການຕ້ານພະຍາດໂຄວິດ-19 ກັບຝ່າຍລາວ ແລະຈະມອບວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ຝ່າຍລາວຕື່ມອີກ ໃນຈໍານວນທີ່ຫຼາຍກວ່າຍອດການຊ່ວຍເຫຼືອຜ່ານມາ


ທັງນີ້, ເພື່ອປະກອບສ່ວນໃນການບັນລຸເປົ້າໝາຍຂອງລັດຖະບານລາວທີ່ວາງໄວ້ຄື 50% ຂອງປະຊາກອນທົ່ວປະເທດຕ້ອງໄດ້ຮັບການສັກວັກຊິນຕ້ານໂຄວິດ-19ພາຍໃນປີ 2021 ນີ້ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ກັບການຮ່ວມມືທີ່ແທ້ຈິງ ໂດຍສະເພາະແມ່ນບັນດາໂຄງການໃຫຍ່ຂອງສອງປະເທດເຊັ່ນ ໂຄງການທາງລົດໄຟລາວ-ຈີນ ເຊິ່ງອັນນີ້ເປັນການປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນຢ່າງແທ້ຈິງ.