ດີແທ້! ຄໍາມ່ວນ ຕັ້ງຄະນະສະເພາະກິດ ລົງຂາຍສິນຄ້າໃຫ້ປະຊາຊົນເຖິງທີ່

359

ຄະນະສະເພາະກິດຂອງແຂວງຄໍາມ່ວນ ທີ່ປະກອບມີພະແນກອຸດສາ ຫະກຳ ແລະ ການຄ້າແຂວງຄໍາມ່ວນ ໄດ້ຊ່ວຍອຳນວຍຄວາມສະດວກແກ່ປະຊາຊົນໃນການຫຼຸດຜ່ອນຄວາມແອອັດຢູ່ຕະຫຼາດ ໂດຍໃຫ້ມີທີມຈັດຊື້ອາຫານສົດໄປຂາຍໃຫ້ຜູ້ບໍລິໂພກຮອດເຮືອນ ເປັນຕົ້ນແມ່ນໃນເທດສະບານແຂວງ ກໍຄື ພາຍໃນຕົວເມືອງທ່າແຂກຢູ່ຕາມບັນດາບ້ານແດງ ທີ່ປິດການເຂົ້າ-ອອກໃຫ້ຜູ້ບໍໄດ້ອອກໄປໃສມີອາຫານສຳຮອງ ແລະບໍ່ຕ້ອງໄປສ່ຽງຢູ່ຂ້າງນອກ.

ທ່ານ ບຸນໂຮມ ມຸກດາສັກ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຄຳມ່ວນ ໃຫ້ສໍາພາດວ່າ: ສຳລັບປະເພດສິນຄ້າ ທີ່ນຳລົງມາຂາຍໃຫ້ກັບປະຊາຊົນ ຄັ້ງນີ້ ແມ່ນຈຳພວກຊີ້ນງົວ-ຄວາຍ, ຊີ້ນໝູ, ປາ ແລະ ປະເພດພືດຜັກຕ່າງໆ ເພື່ອເຮັດໃຫ້ພວກເຂົາສາມາດຊື້ງ່າຍ ໃນຂະນະທີ່ກັກໂຕ ໂດຍທີ່ບໍ່ຕ້ອງເດີນທາງໄປໃສມາໃສ ໃນເຂດບ້ານແດງ, ບ້ານເຫລືອງໃນໄລຍະທີ່ມີການປິດການເຂົ້າ-ອອກ ຫຼື ລັອກດາວ ໂດຍແບ່ງອອກເປັນ 3 ເຂດ ຄື: ເຂດຈອມແຈ້ງ ມີ 13 ບ້ານ, ນາໂບ ແລະ ຈອມແຈ້ງ ເຂດລະ 11 ບ້ານ.

ທາງຜູ້ຮັບຜິດຊອບຂາຍ ແມ່ນໄດ້ລົງໄປທັງຕອນເຊົ້າ ແລະ ຕອນ ບ່າຍໃນແຕ່ລະວັນ ແຕ່ອະນຸຍາດໃຫ້ປະຊາຊົນອອກມາຊື້ຄອບຄົວລະຄົນ ແລະ ຕ້ອງຖືບັດຢັ້ງຢືນການສັກວັກຊີນມາພ້ອມ ແລະ ບໍ່ມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອມາກ່ອນ ໂດຍມີຕາງໜ້າຈາກອົງການປົກຄອງບ້ານເປັນຜູ້ຢັ້ງຢືນໃຫ້, ນອກຈາກນີ້ ທັງຜູ້ໄປຂາຍ ແລະ ຜູ້ຊື້ສິນ ຄ້າຕ້ອງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ເປັນຕົ້ນ: ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ມີເຈວ ຫລື ເຫລົ້າສຳລັບລ້າງມື ແລະ ອື່ນໆ.

ທ່ານ ບຸນໂຮມ ມຸກດາສັກ ໃຫ້ຮູ້ຕື່ມວ່າ: ສໍາລັບລາຄາສິນຄ້າແມ່ນຂາຍຕາມລາຄາທົ່ວໄປຕາມທ້ອງຕະຫລາດ ເປັນຕົ້ນ: ຊີ້ນງົວ-ຄວາຍ ລາຄາ 80.000 ກີບ/ກິໂລ, ເຄື່ອງໃນ 70.000 ກີບ/ກິໂລ, ກະດູກ 15.000 ກີບ/ກິໂລ, ດູກອ່ອນ 35.000 ກີບ/ກິໂລ, ຊີ້ນໝູສົດ 48.000 ກີບ/ກິໂລ ແລະ ອື່ນໆ. ທັງໝົດນີ້ ເພື່ອແນໃສ່ເຮັດໃຫ້ປະຊາຊົນພາຍໃນເທດສະບານແຂວງ ມີສິນຄ້າໃນການບໍລິໂພກປະຈໍາວັນພຽງພໍກັບຄວາມຕ້ອງການ ແລະ ສາມາດຊື້ສິນຄ້າໄດ້ງ່າຍ ເພື່ອຫລີກຫລ່ຽງການອອກຈາກເຮືອນເພື່ອໄປຊື້ສິນຄ້າຢູ່ບ່ອນອື່ນ ເຊີ່ງຈະເຮັດໃຫ້ຄວາມສ່ຽງສູງໃນການຕິດເຊື້ອພະຍາດໂຄວິດ-19.

ຂ່າວຈາກ: Lao National Radio