ທ່ານຮູ້ບໍ! ອີໂວ້ ປັດຈຸບັນມີ 7 ສາຂາໄປເບິ່ງນໍາກັນຕັ້ງຢູ່ໃສແດ່, ຫຼ້າສຸດປັບໂລໂກ້ໃໝ່ລວມ 2 ສິ່ງເຂົ້າກັນ

531

ບໍລິສັດ ອີໂວ້ ( EVO ) ສູນຈຳໜ່າຍເຄື່ອງກີລາ ແລະ ອຸປະກອນກີລາຂອງຄົນລາວ 100% ກ້າວກະໂດດຈາກຮ້ານຂ້ອຍເມື່ອ 6 ປີທີ່ຜ່ານມາ ຈົນກາຍມາເປັນບໍລິສັດລະດັບແຖວໜ້າຂອງຜະລິດຕະພັນກີລາພາຍໃນ ສປປ ລາວ ເຊິ່ງມາຮອດປັດຈຸບັນແມ່ນມີ 7 ສາຂາແລ້ວ ພາຍໃນນະຄອນຫຼວງວຽງຈັນ ແລະ ອີກ 4 ແຂວງໃນ ສປປ ລາວ.

ທ່ານ ບູ້ສະໄໝ ບຸດທະວົງ ຄະນະບໍລິຫານ ບໍລິສັດ ອີໂວ ຈຳກັດ ສູນຈຳໜ່າຍເຄື່ອງກີລາ ແລະ ອຸປະກອນກີລາ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ນັບຕັ້ງແຕ່ມື້ນັ້ນຈົນມື້ນີ້ ອີໂວ້ ຈຸດມຸ່ງໝາຍຂອງ ອີໂວ້ ກໍຄືການຄຽງຂ້າງກີລາລາວ ແລະ ສັງຄົມ ນັ້ນກໍຄືການສ້າງຄວາມຜູກພັນລະຫວ່າງ ຄົນ ກັບ ກີລາ ພວກເຮົາສາມາດຕອບໂຈດໃຫ້ກັບລູກຄ້າ ແລະ ຍັງໄດ້ມີສ່ວນຮ່ວມສະໜັບສະໜູນກີລາລາວ ໂດຍສະເພາະແມ່ນນັກກີລາແລ່ນ-ລານທີມຊາດລາວ, ບານເຕະ, ອີສະປອດ ແລະ ອື່ນໆ.

“ ປັດຈຸບັນ ອີໂວ້ ປັດຈຸບັນແມ່ນມີ 7 ສາຂາ ( ໃນນະຫຄອນຫຼວງວຽງຈັນ 3 ສາຂາ ແລະ ຕ່າງແຂວງ 4 ສາຂາ ) ເຖິງວ່າປີນີ້ຈະໄດ້ຮັບຜົນກະທົບຈາກ ໂຄວິດ, ແຕ່ພວກເຮົາຕັ້ງເປົ້າໄວ້ຂະຫຍາຍອີກ 5 ສາຂາ ແລະ ແນ່ນອນພວກເຮົາຕັ້ງເປົ້າໄວ້ 20 ສາຂາໃນທົ່ວປະເທດໃຫ້ໄດ້ກ່ອນປີ 2023 ເພື່ອຫວັງວ່າມື້ໜຶ່ງຢາກຈະເຫັນ ອີໂວ້ ກ້າວໄປສູ່ທົ່ວໂລກ ຄືກັບ ໄນກີ້ ກັບ ອະດິດາສ 2 ຜະລິດຕະພັນຍັກໃຫຍ່ດ້ານກີລາໃນໂລກປັດຈຸບັນ ”.

ຫຼ້າສຸດເມື່ອທ້າຍເດືອນກັນຍາ 2021 ອີໂວ້ ໄດ້ປະກາດປັບປຸງ ໂລໂກ້ໃໝ່ ຫຼັງຈາກທີ່ໃຊ້ມາຫຼາຍກວ່າເຄິ່ງທົດສະວັດ ໂດຍ ຝ່າຍການຕະຫຼາດຂອງ ອີໂວ້ ເປີິດເຜີຍວ່າ: ພວກເຮົາມຸ່ງຫວັງໃນການປັບປຸງພາບລັກຜະລິດຕະພັນໃໝ່ມີການປັບປຸງໂລໂກ ໂດຍນໍາເອົາຕົວອັກສອນ EVO ແລະ ເຄື່ອງໝາຍ DNA 2 ແຊກ ມາລວຍເຂົ້າກັນ ມາພ້ອມກັບຄອນເຊັບໃໝ່ NEXT TO YOU ທີ່ບົ່ງບອກເຖິງການບໍ່ຖິ້ມກັນ ແນ່ນອນການປັບກົນລະຍຸຸດກໍເພື່ອທີ່ຈະຂະຫຍາຍຄອບຄຸມທຸກທ້ອງຖິ່ນ 1 ແຂວງ 1 ສາຂາ ໃນອະນາຄົດ.

ສໍາລັບ ອີໂວ້ ປັດຈຸບັນມີ 7 ສາຂາດັ່ງນີ້:
#ນະຄອນຫຼວງວຽງຈັນ
– ສາຂາຫຼັກ ຕັ້ງຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ
– ສາຂາ ປໍ້ານໍ້າມັນ ປຕທ ນາໄຊ ບ້ານນາໄຊ ເມືອງໄຊເສດຖາ
– ສາຂາໂສກປ່າຫຼວງ ເມືອງສີສັດຕະນາກ

#ສາຂາແຂວງວຽງຈັນ: ຕັ້ງຢູ່ບ້ານໂພນໝີ ເມືອງວຽງຄໍາ ແຂວງວຽງຈັນ
#ສາຂາຫຼວງນ້ຳທາ: ຕັ້ງຢູ່ບ້ານວຽງຄໍາ ເມືອງຫຼວງນໍ້າທາ ຖະໜົນໄກສອນ
#ສາຂາສະຫວັນນະເຂດ: ຕັ້ງຢູ່ບ້ານສຸນັນທາ ນະຄອນໄກສອນ ເສັ້ນທາງ ໂຮງຮຽນການເມືອງການປົກຄອງ
#ສາຂາຈຳປະສັກ: ຕັ້ງຢູ່ບ້ານສາງນໍ້າມັນ ( ໜ້າວັດພະບາດ ) ນະຄອນປາກເຊ ແຂວງຈໍາປາສັກ
ຂ່າວ: ຫຼ້າ MKP; ຮູບ: ສອນໄຊ