ການນໍາເມືອງ ວິລະບູລີ ລົງຊີ້ນໍາ-ນໍາພາ ພໍ່ແມ່ປະຊາຊົນບ້ານ ນາເຕີ້ ສ້ອມແປງຂົວໄມ້ທີ່ເປ່ເພ

268

ໃນຕອນເຊົ້າຂອງວັນທີ 2 ຕຸລາ 2021 ຜ່ານມາ ການນໍາຂອງເມືອງ ວິລະບູລີ ແຂວງສະຫວັນນະເຂດ ນໍາໂດຍທ່ານ ຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງ ວິລະບູລີ ພ້ອມດ້ວຍທ່ານ ບຸນເນືອງ ຈັນຫອມ  ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ມີວິຊາການຈາກຫ້ອງການ ໂຍທາທິການ ແລະ ຂົນສົ່ງ ສົມທົບກັບຄະນະຈຸດສຸມ, ກຸ່ມບ້ານ ແລະ ອໍານາດການປົກຄອງບ້ານໆ ນາເຕີ້ ໄດ້ລົງຕິດຕາມແລະຊຸກຍູ້ພໍ່ແມ່ປະຊາຊົນພາຍໃນບ້ານນາເຕີ້ ອອກແຮງງານລວມປັບປຸງສ້ອມແປງຂົວຂ້າມຫ້ວຍນໍ້າຄ້າງ ແລະ ຂົວຂ້າມນໍ້າເຊນ້ອຍ.


ແຮງງານເຂົ້າຮ່ວມທັງໝົດຈໍານວນ 85 ຄົນ ຍິງ 5 ຄົນ, ຂົວໄມ້ຂ້າມຫ້ວຍນໍ້າຄ້າງແມ່ນ ຢູ່ໃນເສັ້ນທາງ ແຕ່ 3 ແຍກທາງເລກທີ 10 ເຂົ້າຫາບ້ານທາດນາງລາວ ເຊິ່ງຂົວມີຄວາມຍາວທັງໝົດ 15 ແມັດ ກວ້າງ 4,5 ແມັດ ແລະ ສູງ 5,5 ແມັດ, ໜ້າວຽກທີ່ຈັດຕັ້ງປະຕິບັດໃນຄັ້ງນີ້ແມ່ນໄດ້ມີການຮື້ໄມ້ເກົ່າອອກ ແລ້ວປ່ຽນໄມ້ແປ້ນປູພື້ນ, ໄມ້ຮອງລໍ້ ແລະ ໄມ້ຄໍ້າຢັນໃສ່ໃໝ່ ພ້ອມທັງເຮັດຮາວຂົວຄືນໃໝ່, ສໍາລັບງົບປະມານທີ່ນໍາໃຊ້ເຂົ້າໃນການສ້ອມແປງ ແມ່ນທາງເມືອງໄດ້ປະກອບໃຫ້ຈໍານວນໜຶ່ງ, ສ່ວນໄມ້ທີ່ນໍາໃຊ້ເຂົ້າໃນການສ້ອມແປງ ແມ່ນມອບໃຫ້ທາງບ້ານເປັນຜູ້ຮັບຜິດຊອບປະກອບສ່ວນ. ການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້ ນອກຈາກຈະເປັນການເຮັດໃຫ້ການສັນຈອນໄປມາໃນເສັ້ນທາງດັ່ງກ່າວ ໄດ້ມີຄວາມສະດວກສະບາຍຂຶ້ນ.


ມາໃນວັນທີ 4 ຕຸລາ ທາງອໍານາດການປົກຄອງບ້ານ ໄຮ່ ຂອງເມືອງວິລະບູລີ ກໍໄດ້ນໍາພາພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນ ອອກແຮງງານລວມປັບປຸງສ້ອມແປງຂົວທີ່ເປ່ເພ ໃນຈໍານວນ 2 ຈຸດ ຢູ່ໃນເສັ້ນທາງເຂົ້າຫາບ້ານຂອງຕົນ ເພື່ອເຮັດໃຫ້ການສັນຈອນໄປມາ ແລກປ່ຽນຄ້າຂາຍມີຄວາມສະດວກສະບາຍ ແລະ ຮັບປະກັນບໍ່ໃຫ້ມີອຸບັດເຫດເກີດຂຶ້ນ.