ຫຼວງພະບາງມື້ນີ້ ພົບຜູ້ຕິດເຊື້ອໃນຊຸມຊົນ 90 ຄົນ, ບໍ່ແກ້ວ 81 ຄົນ ນະຄອນຫຼວງຍັງຫຼາຍກ່ອນໝູ່ 166 ຄົນ

598

ສະຖານະການໂຄວິດ 19 ປະຈໍາວັນທີ 5 ຕຸລາ 2021 ພົບຜູ້ຕິດເຊື້ອໂຄວິດ19ໃໝ່ 454 ຄົນ, ນໍາເຂົ້າ 4 ຄົນ, ຊຸມຊົນ 450 ຄົນ ໃນນັ້ນຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 166 ຄົນ, ຫຼວງພະບາງ 90 ຄົນ ແລະ ບໍ່ແກ້ວ 81 ຄົນ

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ ວ່າ:  ວັນທີ 4ຕຸລາທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3.825 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 454 ຄົນ ນໍາເຂົ້າ 4 ຄົນ ຈາກສະຫວັນນະເຂດທັງໝົດ 4 ຄົນ

ແລະ ຕິດເຊື້ອໃນຊຸມຊົນທັງໝົດ 450 ຄົນ ຈາກນະຄອນຫຼວງວຽງຈັນ 166 ຄົນ, ຫຼວງພະບາງ 90 ຄົນ, ບໍ່ແກ້ວ 81 ຄົນ, ສະຫວັນນະເຂດ 34 ຄົນ, ຈໍາປາສັກ 24 ຄົນ, ແຂວງວຽງຈັນ 16 ຄົນ, ໄຊສົມບູນ 15 ຄົນ, ບໍລິຄໍາໄຊ 13 ຄົນ, ສາລະວັນ 6 ຄົນ, ຫຼວງນໍ້າທາ 4 ຄົນ ແລະ ຊຽງຂວາງ 1 ຄົນ

ມາຮອດວັນທີ 5 ຕຸລານີ້ ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ 19 ສະສົມແມ່ນ 25.987 ຄົນ ຊຶ່ງເທົ່າກັບ 0,35% ຂອງປະຊາຊົນລາວ, ເສຍຊີວິດສະສົມ 22 (0 ໃໝ່). ຄົນເຈັບປິ່ນປົວດີສະສົມ 19.399 ຄົນ ກວມເອົາ 74.64% ຂອງຈຳນວນຜູ້ຕິດເຊື້ອທັງໝົດ (ປິ່ນປົວຫາຍດີ ໃນວັນທີ 4 ຕຸລາ ມີ 326 ຄົນ).

ປະຈຸບັນໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ເຮັດໃຫ້ຕົວຜູ້ຕິດເຊືື້ອສະສົມໃນທົ່ວໂລກມີຈໍານວນ ທັງໝົດ 236.079.933 (451.257 ໃໝ່), ເສຍຊິວິດທັງໝົດ 4.821.007 (5.914 ໃໝ່), ປີ່ນປົວຫາຍດີ 213.079.181 (534.286 ໃໝ່).