ອົງການກວດກາວຽກງານກີລາ-ກາຍຍະກໍາ ໃນກົດໝາຍກີລາ-ກາຍຍະກໍາ

400

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ອົງການກວດກາວຽກງານກີລາ-ກາຍຍະກໍາ ມີດັ່ງນີ້:
ພາກທີ VII ການຄຸ້ມຄອງ ແລະ ການກວດກາວຽກງານກີລາ-ກາຍຍະກໍາ
ຫມວດທີ 2 ການກວດກາວຽກງານກີລາ-ກາຍຍະກໍາ

+ມາດຕາ 101 (ປັບປຸງ) ອົງການກວດກາວຽກງານກີລາ-ກາຍຍະກໍາ
ອົງການກວດກາວຽກງານກີລາ-ກາຍຍະກໍາ ປະກອບດ້ວຍ:
1. ອົງການກວດກາພາຍໃນ ຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານກີລາ-ກາຍຍະກໍາ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 96 ຂອງກົດຫມາຍສະບັບນີ້;
2. ອົງການກວດກາພາຍນອກ ຊຶ່ງແມ່ນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດກາສັດແຕ່ລະຂັ້ນ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ພົນລະເມືອງ ຕາມພາລະບົດບາດຂອງຕົນ.

+ມາດຕາ 102 (ປັບປຸງ) ເນື້ອໃນການກວດກາ
ເນື້ອໃນການກວດກາ ວຽກງານກີລາ-ກາຍຍະກໍາ ມີ ດັ່ງນີ້:
1. ການປະຕິບັດນະໂຍບາຍ, ແຜນຍຸດທະສາດ, ກົດຫມາຍ, ແຜນການ, ແຜນງານ, ໂຄງການ ແລະ ລະບຽບການ ກ່ຽວກັບວຽກງານກີລາ-ກາຍຍະກໍາ;
2. ການເຄື່ອນໄຫວຂອງການຈັດຕັ້ງ, ພະນັງານ-ລັດຖະກອນ ແລະ ບຸກຄະລາກອນກີລາ ກາຍຍະກໍາ;
3. ການແກ້ໄຂຄໍາສະເຫນີຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ກ່ຽວກັບວຽກງານ ກີລາ-ກາຍຍະກໍາ.

+ມາດຕາ 103 (ປັບປຸງ) ຮູບການກວດກາ
ການກວດກາ ວຽກງານກີລາ-ກາຍຍະກໍາ ມີສາມຮູບການ ດັ່ງນີ້:
1. ການກວດກາຕາມລະບົບປົກກະຕິ;
2. ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງຫນ້າ;
3. ການກວດກາແບບກະທັນຫັນ.

ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາທີ່ດໍາເນີນໄປຕາມແຜນການຢ່າງ ເປັນປະຈໍາ ແລະ ມີການກໍານົດເວລາທີ່ແນ່ນອນ.
– ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງຫນ້າ ແມ່ນ ການກວດການອກແຜນການ ເມື່ອ ເຫັນວ່າມີຄວາມຈໍາເປັນ ຊຶ່ງແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງຫນ້າ, ການກວດກາແບບກະທັນຫັນແມ່ນ ການກວດກາຮີບດວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກ ກວດກາຮູ້ລ່ວງຫນ້າ ໃນການດໍາເນີນການກວດການັ້ນຕ້ອງປະຕິບັດໃຫ້ຖືກຕ້ອງຕາມກົດຫມາຍຢ່າງເຂັ້ມງວດ.