ພົບຜູ້ຕິດເຊື້ອໃໝ່ 307 ຄົນ, ຕິດເຊື້ອໃນຊຸມຊົນນະຄອນຫຼວງວຽງຈັນ 164 ຄົນ, ເມືອງນາຊາຍທອງ 65 ກໍລະນີ

451

ສະຖານະການໂຄວິດ 19 ໃນ ສປປ ລາວ ປະຈໍາວັນທີ 4 ຕຸລາ 2021 ພົບຜູ້ຕິດເຊື້ອໃໝ່ 307 ຄົນ, ນໍາເຂົ້າ 6 ຄົນ, ຊຸມຊົນ 301 ຄົນ ໃນນັ້ນນະຄອນຫຼວງຫຼາຍກ່ອນໝູ່ 164 ຄົນ ຮອງລົງມາແມ່ນແຂວງ ຫຼວງພະບາງ 47 ຄົນ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 4 ຕຸລາ 2021 ວ່າ ເຮົາໄດ້ກວດວິເຄາະເຊື້ອທັງໝົດໃນມື້ວານນີ້ 4.951 ຄົນ, ພົບຜູ້ຕິດເຊື້ອໃໝ່ 307 ຄົນ, ນໍາເຂົ້າ 6 ຄົນ ຈາກສະຫວັນນະເຂດ 4 ຄົນ, ນະຄອນຫຼວງວຽງຈັນ 1 ຄົນ ແລະ ສາລະວັນ 1 ຄົນ

ຕິດເຊື້ອໃນຊຸມຊົນ 301 ຄົນ ຈາກນະຄອນຫຼວງວຽງຈັນ 164 ຄົນ, ຫຼວງພະບາງ 47 ຄົນ, ສະຫວັນນະເຂດ 32 ຄົນ, ຈໍາປາສັກ 19 ຄົນ, ບໍ່ແກ້ວ 12 ຄົນ, ບໍລິຄໍາໄຊ 12 ຄົນ, ຄໍາມ່ວນ 6 ຄົນ, ແຂວງວຽງຈັນ 4 ຄົນ, ສາລະວັນ 3 ຄົນ ແລະ ຊຽງຂວາງ 2 ຄົນ

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 25.524 ຄົນ, ປິ່ນປົວຫາຍດີ 462 ຄົນ, ກໍາລັງປິ່ນປົວ 6.390 ຄົນ, ເສຍຊີວິດສະສົມ 22 ຄົນ
ລາຍລະອຽດການຕິດເຊື້ອໃນຊຸມຊົນ ແລະ ຈຸດກວດພົບເຊື້ອໃນນະຄອນຫຼວງວຽງຈັນ
ນະຄອນຫຼວງ 164 ຄົນ ເມືອງນາຊາທອງ ມີ 19 ບ້ານ (65 ກໍລະນີ), ເມືອງສີໂຄດຕະບອງ ມີ 10 ບ້ານ (21 ກໍລະນີ), ເມືອງໄຊທານີ ມີ 07 ບ້ານ (21 ກໍລະນີ), ເມືອງສີສັດຕະນາກມີ 10 ບ້ານ (19 ກໍລະນີ), ເມືອງຈັນທະບູລີ ມີ 08 ບ້ານ (16 ກໍລະນີ), ເມືອງໄຊເສດຖາ ມີ 05 ບ້ານ (12 ກໍລະນີ), ເມືອງຫາດຊາຍຟອງ ມີ 06 ບ້ານ (10 ກໍລະນີ)