ທາວເຊັນ ບອກເຫດຜົນຮຽນແບບທ່າສະຫຼອງປະຕູຂອງ ໂຣນັລໂດ

344

ແອນດຣອສ ທາວເຊັນ ກອງໜ້າຂອງ ເອັຟເວີຕັນ ປະຕິເສດສະແດງທ່າດີໃຈເຮັດໃສ່ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ແມນເຊັສເຕີ ຢູໄນເຕັດ ຫຼັງຍິງປະຕູຕິີສະເໝີໃຫ້ກັບ ເອັຟເວີຕັນ ບຸກໄປສະເໝີກັບ ແມນເຊັສເຕີ ຢູໄນເຕັດ 1-1 ໃນການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອວັນທີ 2 ຕຸລາ 2021.

ທາວເຊັນ ເປີດເຜີຍວ່າ: “ ໂຣນັລໂດ ຄືໄອດໍ້ຂອງຂ້ອຍ, ຂ້ອຍເຕີບໃຫຍ່ມາເບິ່ງລາວເປັນຕົວຢ່າງ, ສຶກສາຈາກລາວຕະຫຼອດ ແລະ ມັນບໍ່ແມ່ນການເຮັດໃສ່ ແຕ່ມັນຄືການສະແດງຄວາມເຂົາລົບຕໍ່ນັກເຕະທີ່ຂ້ອຍມັກ ”.