ໄຊຍະບູລີ ຊາວໜຸ່ມຂະຫຍັນຂັນແຂງ ອະນາໄມໂຮງຮຽນທີ່ເຄີຍໃຊ້ເປັນສູນກັັກກັນ

707

ດັ່ງທີ່ຮູ້ກັນດີວ່າ ໃນໄລຍະຜ່ານມາແມ່ນມີແຮງານກັບຈາກປະເທດໃກ້ຄຽງຢ່າງຫຼວງຫຼາຍເກືອບວ່າໃນທົ່ວທຸກແຂວງຂອງປະເທດ ດ້ວຍເຫດນັ້ນ, ເຮັດໃຫ້ໂຮງຮຽນຫຼາຍໆແຫ່ງໄດ້ຖືກກຳນົດເປັນສູນໃນການຈຳກັດບໍລິເວນ ແຕ່ປັດຈຸບັນມີບາງພື້ນທີ່ແມ່ນໄດ້ອະນຸຍາດໃຫ້ແຮງງານເຫຼົ່າກັບບ້ານໄດ້ເນື່ອງຈາກຄົບກຳນົດການກັກກັນຕາມລະບຽບແລ້ວ ແລະ ໄດ້ມີການສ້ອມແຊມໂຮງຮຽນ ເພື່ອຈະກຽມເຂົ້າສູ່ການສຶກສາຮ່ຳຮຽນຕໍ່.

ວັນທີ 30 ກັນຍາ 2021 ນີ້ ສະມາຊິກຊາວໜຸ່ມຕະລຸມບອນແຂວງໄຊຍະບູລີ ໄດ້ພ້ອມພາກັນອອກແຮງງານອານາໄມລວມ ຢູ່ທີ່ໂຮງຮຽນ ມສ ເອກະພາບ ໂດຍການນຳພາຂອງ ສະຫາຍ ທອງດີ ບົວຜາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີບັນດາສະມາຊິກຊາວໜຸ່ມຕະລຸມບອນຈາກ ຄຊປປລ ຮາກຖານ – ໜ່ວຍຮາກຖານຊາວໜຸ່ມພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 327 ສະຫາຍ, ຍິງ 132 ສະຫາຍ.

ການອອກແຮງງານໃນຄັ້ງນີ້ ແມ່ນໄດ້ພ້ອມພາກັນ ປັດກວາດຫ້ອງຮຽນ, ອານາໄມເດີ່ນໂຮງຮຽນ, ເຊິ່ງສະຖານທີ່ດັ່ງກ່າວນີ້ ໃນໄລຍະຜ່ານມາ ແມ່ນໄດ້ຖືກນຳໃຊ້ເຂົ້າໃນການຮອງຮັບແຮງງານລາວທີ່ມາຈາກປະເທດເພື່ອນບ້ານ ທີ່ເຂົ້າມາກັກໂຕເພື່ອຄັດກອງກວດຫາເຊື້ອ ໂຄວິດ-19

ດັ່ງນັ້ນ ເພື່ອເປັນການກະກຽມໃຫ້ແກ່ການເປີດສົກຮຽນໃໝ່ ປີ 2021 – 2022 ທາງຄະນະບໍລິຫານງານຊາວໜຸ່ມແຂວງ ຈື່ງໄດ້ລະດົມກຳລັງຊາວໜຸ່ມຕະລຸມບອນ ລົງຊ່ວຍເຫຼືອຈັດສະຖານທີ່ໃນຄັ້ງນີ້ຈົນສຳເລັດ ເພື່ອເຄື່ອນໄຫວວຽກງານທີ່ກ່ຽວຂ້ອງຕໍ່ໄປ.


ຂ່າວຈາກ: News.XBL