ພຽງເດືອນດຽວ ຄ່າເງິນຈາດ ຂອງມຽນມາ ອ່ອນຄ່າລົງເຖິງ 60%

348

ສຳ​ນັກ​ຂ່າວ​ຣອຍ​ເຕີ​ລາຍ​ງານ​ໃນ​ວັນ​ທີ 29 ກັນ​ຍາ 2021 ວ່າ ຊາວ​ມຽນ​ມາ ຕ້ອງ​ປະ​ເຊີນ​ກັບ​ສະ​ພາ​ວະ​ເງິນ​ເຟີ້ ເມື່ອ​ຄ່າ​ຂອງ​ສະ​ກຸນ​ເງິນຈາດ​ອ່ອນ​ຄ່າ​ລົງ​ກວ່າ 60% ແລ້ວ ນັບ​ແຕ່​ຕົ້ນ​ເດືອນ​ກັນ​ຍາ​ເປັນ​ຕົ້ນ​ມາ ສົ່ງ​ຜົນ​ໃຫ້​ປະ​ຊາ​ຊົນ​ຊາວມ​ຽນ​ມາ​ເດືອດ​ຮ້ອ​ນ​ກັນ​ຖ້ວນ​ໜ້າ ເພາະ​ລາ​ຄາ​ອາ​ຫານ, ນ້ຳ​ມັນ​ເຊື້ອ​ໄຟ ແລະ ເຄື່ອງ​ອຸ​ປະ​ໂພກ ບໍ​ລິ​ໂພກ​ສູງ​ຂຶ້ນ.

ເມື່ອ​ເດືອນ​ສິງ​ຫາ​ຜ່ານ​ມາ ທະ​ນາ​ຄານ​ກາງ​ຂອງ​ມຽນ​ມາ ພະ​ຍາ​ຍາມ​ຄວບ​ຄຸມ​ບໍ່​ໃຫ້ເງິນ​ຈາດ​ອ່ອນ​ຄ່າ​ລົງ ແຕ່​ກໍ​ຕ້ອງ​ຍົກ​ເລີກ​ເມື່ອ​ວັນ​ທີ 10 ກັນ​ຍາ ເນື່ອງ​ຈາກ​ແຮງ​ກົດ​ດັນ​ຈາກ​ອັດ​ຕາ​ແລກ​ປ່ຽນ​ເພີ່ມ​ຂຶ້ນ ໂດຍ​ຈາກ​ສະ​ຖາ​ນະ​ການ​ຄ່າ​ຂອງ​ສະ​ກຸນ​ເງິນ​ຈາດ​ທີ່​ບໍ່​ມີ​ສະ​ຖຽນ​ລະ​ພາບ​ຢ່າງ​ຮຸນ​ແຮງ ເຮັດ​ໃຫ້​ສະ​ຖາ​ບັນ​ຮັບ​ແລກ​ປ່ຽນ​ເງິນ​ຕາ (Northern Breeze Exchange) ໄດ້​ສັ່ງ​ປິດ​ສາ​ຂາ​ຊົ່ວ​ຄາວ​ທັງ​ໝົດ​ໃນ​ມຽນ​ມາ​ແລ້ວ.

ສຳ​ລັບ​ອັດ​ຕາ​ແລກ​ປ່ຽນ​ລະ​ຫວ່າງ​ເງິນ​ຈາດ​ກັບ​ເງິນ​ໂດ​ລາ ເມື່ອ​ວັນ​ທີ 28 ກັນ​ຍາ 2021 ຢູ່​ທີ່ 2.700 ຈາດ ຕໍ່ 1 ໂດ​ລາ​ສະ​ຫະ​ລັດ ເມື່ອ​ທຽບ​ກັບ​ວັນ​ທີ 1 ກັນ​ຍາ 2021 ​ອັດ​ຕາ​ແລກ​ປ່ຽນ​ຢູ່​ທີ່ 1.695 ຈາດຕໍ່ 1 ໂດ​ລາ ແລະ ກ່ອນ​ເກີດ​ການ​ຢຶດ​ອຳ​ນາດ​ຂອງກອງ​ທັບ​ເມື່ອ​ວັນ​ທີ 1 ກຸມ​ພາ 2021 ອັດ​ຕາ​ແລກ​ປ່ຽນ​ຢູ່​ທີ່ 1.395 ຈາດຕໍ່ 1 ໂດ​ລາ.

ທັງ​ນີ້ ເມື່ອ​ບໍ່​ດົນ​ມາ​ນີ້ ທະ​ນາ​ຄານ​ໂລກ​ໄດ້​ຄາດ​ການ​ເສດ​ຖະ​ກິດ​ມຽນ​ມາ​ວ່າ ຈະ​ຕິດ​ລົບ​ເຖິງ 18% ໃນ​ປີ​ນີ້ ເນື່ອງ​ຈາກ​ສະ​ຖາ​ນະ​ການ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ບວ​ກ​ກັບ​ຄວາມ​ບໍ່​ສະ​ຫງົບ​ທາງ​ການ​ເມືອງໃນ​ມຽນ​ມາ.