9 ຂໍ້ຄວນປະຕິບັດ ເມື່ອຕ້ອງກັກໂຕຢູ່ບ້ານ

932

ສະຖານະການໂຄວິດ 19 ໜ້າຫ່ວງຂຶ້ນທຸກມື້ ຫຼາຍຄົນບໍ່ໄດ້ອອກໄປໃສດ ໄລຍະນີ້ກໍຕ້ອງຊອກຫາກິດຈະກໍາ ຫຼື ວຽກບ້ານວຽກເຮືອນເຮັດເພື່ອບໍ່ໃຫ້ວິຕົກກັງວົນຈົນເກີນໄປ ແລະ ຕ້ອງຄໍານຶງເຖີງຄງາມປອດໄພຕົນເອງ ແລະ ຄົນອ້ອມຂ້າງ
ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກໄດ້ແນະນໍາວ່າ ຂໍ້ຄວນປະຕິບັດ ເມື່ອຕ້ອງກັກໂຕຢູ່ບ້ານ ຄື ດັ່ງນີ້

1 ຢູ່ບ້ານ, ບໍ່ເດີນທາງອອກໄປຂ້າງນອກ ຫາກບໍ່ຈຳເປັນ
2 ບໍ່ຄວນໃຫ້ຄົນນອກ ມາເຮືອນ ຫຼື ມາຢ້ຽມຢາມໃນໄລຍະນີ້
3 ໃສ່ຜ້າປິດປາກ-ດັງ ຫາກທ່ານຢູ່ຮ່ວມກັບຫຼາຍຄົນ

4 ຮັກສາມາດລະຍາດໄອຈາມ
5 ແຍກຂອງໃຊ້ສ່ວນໂຕ
6 ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມື ຂ້າເຊື້ອ

7 ຫຼີກລ້ຽງການຮັບປະທານ ອາຫານຮ່ວມກັນ, ຮັບປະທານອາຫານຄົນລະເວລາ ຫຼື ເວັ້ນໄລຍະຫ່າງ 2 ແມັດ, ເປີດປະຕູປ່ອງຢ້ຽມໃຫ້ອາກາດຖ່າຍເທ
8 ໃຊ້ຫ້ອງນ້ຳແຍກຈາກຜູ້ອື່ນ, ແຕ່ຖ້າຈຳເປັນຕ້ອງໃຊ້ຮ່ວມກັນ ໃຫ້ໃຊ້ເປັນຄົນສຸດທ້າຍ ປິດຝາຊັກໂຄກກ່ອນກົດນ້ຳ ແລະ ເຮັດຄວາມສະອາດທັນທີ ດ້ວຍນ້ຳຢາຂ້າເຊື້ອ ພາຍຫຼັງໃຊ້ແລ້ວ
9 ໝັ່ນສັງເກດ ອາການຕົນເອງ, ຫາກມີອາການໄຂ້, ປວດເມື່ອຍຕາມຕົນໂຕ ຫຼື ເມື່ອຍງ່າຍ ຄວນໄປພົບແພດທັນທີ ແລະ ແຍກໂຕອອກຈາກຄົນອ້ອມຂ້າງ