ຊາວໜຸ່ມ ແຂວງອຸດົມໄຊ ຕະລຸມບອນ ກຽມສູນກັກກັນໃຫ້ກຸ່ມສ່ຽງຕໍ່ໂຄວິດ-19

357

ເພື່ອເປັນການກຽມພ້ອມຮັບມືໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ໃຫ້ສອດຄ່ອງກັບສະຖານະການ ໂດຍສະເພາະແມ່ນການກະກຽມສູນກັກກັນ. ໃນວັນທີ 28 ກັນຍານີ້ ທີ່ໂຮງຮຽນ ມສ ຫ້ວຍຂຸມ ຫຼັງເກົ່າ ຊາວໜຸ່ມຕະລຸມບອນ ແຂວງອຸດົມໄຊ ໄດ້ສ້າງຂະບວນການອອກແຮງງານປັບປຸງອາຄານສະຖານທີ່ເພື່ອສ້າງເປັນສູນກັກກັນຂອງແຂວງອຸດົມໄຊຕໍ່ໄປ.

ນຳພາໂດຍ ສະຫາຍ ສົມດີ ເຕັງເບຼຍຈື ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍຄະນະ ແລະ ຊາວໜຸ່ມບັນດາພະແນກການ, ອົງການ, ລັດວິສາຫະກິດ, ຂົງເຂດທຸລະກິດ ເກືອບ 400 ແຮງງານ ເຂົ້າຮ່ວມຂະບວນການ.

ໂດຍມີການປະຕິບັດຄື: ຕິດຕັ້ງ ແລະ ສ້ອມແປງໄຟຟ້າ-ນ້ຳປະປາ, ສ້ອມແປງຮົ້ວ, ປະຕູທາງເຂົ້າ, ປັບປຸງ-ສ້ອມແປງອາຄານ, ຫ້ອງນ້ຳ ແລະ ອ່າງອາບນ້ຳ ເພື່ອເປັນທີ່ພັກຂອງກຸ່ມສ່ຽງ ສະຫາຍ ສົມດີ ເຕັງເບຼຍຈື ໄດ້ກ່າວວ່າ: ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາແຂວງຍັງສືບຕໍ່ມີການລະບາດ ເຊິ່ງແຂວງອຸດົມໄຊ ກໍມີຄວາມສ່ຽງສູງໃນການປະເຊີນໜ້າກັບບັນຫາດັ່ງກ່າວ ເນື່ອງຈາກວ່າແຂວງອຸດົມໄຊ ເປັນແຂວງທີ່ຕັ້ງຢູ່ຈຸດໃຈກາງທາງຜ່ານຂອງບັນດາແຂວງພາກເໜືອ ມີຜູ້ຄົນຜ່ານໄປ-ມາ ຢູ່ພາຍໃນແຂວງກໍມີການເຂົ້າ-ອອກ.

ດັ່ງນັ້ນ ເພື່ອເປັນການກຽມຄວາມພ້ອມໃຫ້ແກ່ການຮອງຮັບສະຖານນະການ ຄວບຄຸມ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນເບື້ອງຕົ້ນກໍແມ່ນການກຽມພ້ອມສະຖານທີ່ກັກກັນ ໃຫ້ພຽງພໍກັບສະພາບຄວາມເປັນຈິງ ສະຫາຍຍັງໄດ້ຮຽກຮ້ອງມາຍັງສະມາຊິກຊາວໜຸ່ມທີ່ເຂົ້າຮ່ວມຂະບວນການຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ຖືເອົາການສ້າງຂະບວນການນີ້ເປັນການສ້າງຄວາມສາມັກຄີລະຫວ່າງຊາວໜຸ່ມພາຍໃນແຂວງໃຫ້ນັບມື້ແໜ້ນແຟ້ນ ສູ້ຊົນປະຕິບັດວຽກງານໃຫ້ມີຜົນສຳເລັດ.

ຂ່າວຈາກ: ສະຖານີວິທະຍຸ ໂທລະພາບ ແຂວງອຸດົມໄຊ