ກໍລະນີທີ 17 ຜູ້ເສຍຊີວິດຈາກໂຄວິດ19 ເປັນແມ່ຍິງ, ອາຍຸ 57 ປີ

1437

ຂໍສະແດງຄວາມເສຍໃຈນໍາ ຄອບຄົວ ແລະ ໝູ່ເພື່ອນ ກໍຄືຄົນລາວເຮົາ ທີ່ມື້ນີ້ພົບຜູ້ເສຍຊີວິດ ຈາກໂຄວິດ 19 ອີກ 1 ກໍລະນີ ເຮັດໃຫ້ເຮົາມີຜູ້ເສຍຊີວິດສະສົມ 17 ກໍລະນີ

ເປັນພຽງພາບປະກອບ

ທ່ານນາງ ດຣ ລັດຕະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ ວັນທີ 28 ກັນຍາ 2021 ໄດ້ມີຜູ້ເສຍຊີວິດເພີ່ມ ຈາກໂຄວິດ-19 ເປັນ ເພດຍິງ ອາຍຸ 57 ປີ

-ຜູ້ກ່ຽວຕິດເຊື້ອຈາກໄປ ເພາະທານທີ່ບ້ານໂພນຫໍທີ່ມີ ລາຍງານການຕິດເຊື້ອມາກ່ອນ
– ວັນທີເລີ່ມເຈັບວັນທີ່ 26 ກັນຍາ 2021, ໃນເບື້ອງຕົ້ນ ບໍ່ມີອາການຮ້າຍແຮງ ແຕ່ຜູ້ກ່ຽວແຕ່ຜູ້ກ່ຽວມີພະຍາດປະຈໍາໂຕ ເປັນເບົາຫວານ ແລະ ຕັງຊົງ

ເປັນພຽງພາບປະກອບ

-ວັນທີ 27 ກັນຍາ 2021 ພາຍຫຼັງກວດພົບເຊື້ອໄດ້ໄປປິ່ນປົວຢູ່ໂຮງຫມໍພາກສະຫນາມ ແຂວງ ແລະ ຕໍ່ມາອາການຫາຍໃຈຍາກ ແລະ ໄດ້ໃສ່ທໍ່ຊ່ວຍຫາຍໃຈແຕ່ອາການຂອງຜູ້ກ່ຽວບໍ່ດີຂຶ້ນ
– ວັນທີ28 ກັນຍາ 2021 ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດໃນເວລາຕໍ່ມາ , ທາງແຂວງໄດ້ເຮັດພິທີສົ່ງສະການມ້ຽນສົບຕາມລະບຽບການ.