ເມືອງ​ພຽງ ແຂວງໄຊຍະບູລີ ຈະ​ສ້າງ​ຫໍ​ພິ​ພິ​ທະ​ພັນ​ກອງ​ເຂົ້າ​ໃຫຍ່

1208

ໂຄງການກໍ່ສ້າງຫໍພິພິທະພັນກອງເຂົ້າໃຫຍ່ເມືອງພຽງ ແຂວງໄຊຍະບູລີ ​ມູນ​ຄ່າ 4,8 ຕື້ກວ່າ​ກີບ ຈະ​ເລີ່ມລົງມືກໍ່ສ້າງໂດຍຈະໃຫ້​ສຳ​ເລັດ​ໃນ​ປີ 2023.


ພິ​ທີ​ເຊັນ​ສັນ​ຍາ​ຮັບ​ເໝົາ​ກໍ່​ສ້າງ​ໂຄງ​ການ​ດັ່ງ​ກ່າວໄດ້ຈັດຂຶ້ນໃນວັນທີ 27 ກັນຍາ 2021 ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂດຍການເຂົ້າຮ່ວມຂອງ ທ່ານ ເສີດ ແສງສຸລິນ ເຈົ້າເມືອງໆພຽງ, ມີບັນດາການນຳຂອງເມືອງ, ຄະນະຮັບຜິດຊອບຊຸກຍູ້, ຄຸ້ມຄອງ, ກວດກາການລົງທຶນຂັ້ນເມືອງ, ຕາງໜ້າບໍລິສັດ ພຸດລືໄຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.

ໃນພິທີໄດ້ຜ່ານຮ່າງສັນຍາຮັບເໝົາໂຄງການກໍ່ສ້າງຫໍພິພິທະພັນກອງເຂົ້າໃຫຍ່ຊຶ່ງຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງເປັນເຈົ້າຂອງໂຄງການ ແລະ ມອບໃຫ້ຫ້ອງການໂຍທາທິການ ແລະ ຂົນສົງເມືອງເປັນເສນນາທິການໃນການຕິດຕາມ, ກວດກາຈັດຕັ້ງປະຕິບັດໂຄງການຢູ່ໃນພາກສະ ໜາມ;  ສ່ວນຜູ້ເໝົາກໍ່ສ້າງແມ່ນ ບໍລິສັດ ພຸດລືໄຊກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ຈຳກັດຜູ້ດຽວ ລວມມູນຄ່າໃນການກໍ່ສ້າງທັງໝົດ 4,8 ຕື້ກວ່າກີບ. ໂຄງສ້າງຂອງກອງເຂົ້າໃຫຍ່ເປັນໂຄງສ້າງເຫຼັກ, ເສັ້ນ​ຜ່າໃຈກາງພື້ນ​ລ່າງ​ຂອງກອງເຂົ້າໃຫຍ່ຍາວ 60 ແມັດ, ສູງຈາກໜ້າ​ດິນ 1 ແມັດ, ໃນ​ຂະ​ນະ​ທີ່ກອງເຂົ້າໃຫຍ່ມີເສັ້ນຜາໃຈກາງພື້ນຍາວ 24 ແມັດ, ສູງ 29 ແມັດ ທຽບໃສ່ລາງກອງເຂົ້າ ສ່ວນກອງເຂົ້ານ້ອຍເສັ້ນ​ຜ່າໃຈກາງພື້ນຍາວ 7 ແມັດກວ່າ, ສູງກວ່າ 8 ແມັດ.

ໃນໂອກາດນີ້ກໍໄດ້ລົງນາມເຊັນສັນຍາຮັບເໝົາໂຄງການກໍ່ສ້າງຫໍພິພິທະພັນກອງເຂົ້າໃຫຍ່ເມືອງພຽງ ລະຫວ່າງຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ກັບ ບໍລິສັດ ພຸດລືໄຊກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ຈຳກັດຜູ້ດຽວໃຫ້ສຳເລັດໃນທ້າຍປີ 2023.

ພາບ-ຂ່າວ: ວົງສະຫວັນ ສຸທິໂວຫານ