ຕ້ອງຈິງຈັງໃນການປະຕິບັດມາດຕະການຢ່າງເຄັ່ງຄັດ ເພາະທຸກຄົນມີຄວາມສ່ຽງສູງໃນການຕິດເຊື້ອໂຄວິດ19

251

ທ່ານ ດຣ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄອບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວວ່າ ມາຮອດມື້ນີ້ ການລະບາດໃນຊຸມຊົນ ຢູ່ ສປປ ລາວ ຍັງມີສະພາບໜ້າເປັນຫ່ວງຫຼາຍທີ່ສຸດ ແລະ ເປັນສັນຍານເຕືອນບອກວ່າ ທຸກຄົນແມ່ນມີຄວາມສ່ຽງສູງ ທີ່ສາມາດຕິດເຊື້ອພະຍາດນີ້ໄດ້ທຸກເວລາ ຖ້າຫາກບັນດາທ່ານລະເລີງໃນການປ້ອງກັນຕົນເອງ ແລະ ບໍ່ປະຕິບັດມາດຕະການທີ່ທາງຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ແລະ ເຂັ້ມງວດ.
ການປິດເມືອງ ຫຼື ລອກດາວ ຂອງຄໍາສັ່ງເລກ 016/ຈນວ ລົງວັນທີ 19 ກັນຍາ 2021 ຈົນເຖິງວັນທີ 30 ກັນຍາ ເພື່ອຫຼຸດຜ່ອນຄວາມສ່ຽງໃຫ້ແກ່ພໍ່ແມ່ ພີ່ນ້ອງ ປະຊາຊົນ, ຫຼຸດຄວາມແອອັດ ໃນສະຖານທີ່ຕ່າງໆ, ສະນັ້ນ ຂໍໃຫ້ທຸກຄົນ ທຸກຄອບຄົວ ຖ້າບໍ່ຈໍາເປັນ ໃຫ້ຢູ່ບ້ານ.

ຖ້າຫາກທ່ານເປັນໄຂ້, ເປັນຫວັດ ຫຼື ໄອ ຫຼື ຫາຍໃຈຜິດປົກກະຕິ ສົມທົບກັບ ທ່ານຮູ້ສຶກວ່າຕົນໄດ້ສໍາພັດກັບຄວາມສ່ຽງແລ້ວ ໃຫ້ໂທປຶກສາສາຍດ່ວນ ທັນທີ ຫຼື ແຈ້ງໄປເຖິງສະຖານບໍລິການສາທາລະນະສຸກທີ່ໃກ້ທີ່ສຸດ ເພື່ອຂໍກວດຊອກຫາເຊື້ອ.

ຜູ້ທີ່ບໍ່ທັນສັກວັກຊິນ ຫຼື ສັກຍັງບໍ່ຄົບ ໄປສືບຕໍ່ສັກ ແຕ່ຜູ້ກ່ຽວຕ້ອງກຽມໜັງສືຢັ້ງຢືນຈາກອໍານາດປົກຄອງບ້ານໄປພ້ອມ ໃຫ້ເຈົ້າໜ້າທີ່ຈະໄດ້ອໍານວຍຄວາມສະດວກໃນການເດີນທາງໄປສັກວັກຊິນ ເພື່ອສ້າງພູມຄຸມກັນໝູ່ ແລະ ພູມຄຸ້ມກັນໃຫ້ຕົວທ່ານເອງ ທັງຊ່ວຍຫຼຸດຜ່ອນຄວາມຮຸນແຮງ ແລະ ຫຼຸດຜ່ອນການເສຍຊີວິດ ຖ້າຕິດເຊື້ອ.

ຂໍແຈ້ງໃຫ້ທຸກທ່ານຊາບອີກຄັ້ງໜຶ່ງວ່າ ການບໍລິການສັກວັກຊິນຖືກກໍານົດຢູ່ຫຼາຍຈຸດຄື: ຈຸດທີ 1) ຢູ່ ສູນການຄ້າລາວໄອເຕັກ, 2) ໂຮງໝໍເມືອງ 9 ຕົວເມືອງ, 3) ຢູ່ວັດຈີນ ບ້ານດົງປາແລບ (ຈັນ ເຖິງ ສຸກ) ແລະ ຍັງມີທີມເຄື່ອນທີ່ໃຫ້ບໍລິການໃນເຂດທີ່ມີການລະບາດ.

ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal) ໂດຍໝັ່ນລ້າງມື, ໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ, ບໍ່ກິນເຂົ້າຮ່ວມກັນເປັນກຸ່ມ, ຫຼີກລ້ຽງການຊຸມແຊວເປັນກຸ່ມ. ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ.