ຄາດໂລກຈະກັບສູ່ປົກະຕິພາຍໃນ 1 ປີ ແຕ່ຕ້ອງສັກວັກຊີນທຸກປີ

985

ສຳ​ນັກ​ຂ່າວ ABC ລາຍ​ງານໃນ​ວັນ​ທີ 27 ກັນ​ຍາ 2021 ​ວ່າ ທ່ານ ອັ​ລ​ເບີດ ເບີ​ຣ໌​ລາ ປະ​ທານ​ບໍ​ລິ​ສັດ​ຟາຍ​ເຊີ (Pfizer) ກ່າວ​ວ່າ: ໂລກ​ຈະ​ກັບ​ມາ​ໃຊ້​ຊີ​ວິດ​ໄດ້​ຕາມ​ປົກະ​ຕິ​ພາຍ​ໃນ 1 ປີ ແລະ ມີ​ທ່າ​ອ່ຽງ​ວ່າ ໃນ​ອະ​ນາ​ຄົດ ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ຈະ​ກາຍ​ເປັນ​ວັກ​ຊີນປະ​ຈຳ​ປີ​ທີ່​ທຸກ​ຄົນ​ຕ້ອງ​ໄດ້​ສັກ​ຊ້ຳ​ອີກ ເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19.

ທ່ານ ເບີ​ຣ໌​ລາ ກ່າວ​ວ່າ: ຂ້ອຍ​ຄິດ​ວ່າ ພວກ​ເຮົາ​ຈະ​ກັບ​ມາ​ໃຊ້​ຊີ​ວິດ​ໄດ້​ຕາມ​ປົກກະ​ຕິ ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ເຊື້ອ​ພະ​ຍາດ​ໂຄວິດ-19 ຈະ​ຫາຍ​ໄປ​ໃນ​ໂລກ​ນີ້, ດັ່ງ​ນັ້ນ ການ​ສັກ​ວັກ​ຊີນ​ປ້ອງ​ກັນ​ປະ​ຈຳ​ທຸກ​ປີ​ຈຶ່ງ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ເນື່ອງ​ຈາກ​ເຊື້ອ​ໄວ​ຣັ​ສ​ແຜ່​ກະ​ຈາຍ​ໄປ​ທົ່ວ​ໂລກ ແລະ ພວກ​ເຮົາ​ຍັງ​ເຫັນ​ສາຍ​ພັນ​ໃໝ່​ທີ່​ກຳ​ລັງ​ເພີ່ມ​ຂຶ້ນ​ມາ​ອີກ, ດັ່ງ​ນັ້ນ​ການ​ສັກ​ວັກ​ຊີນ​ທຸກໆ​ປີ ຈຶ່ງ​ມີ​ຄວາມ​ຈຳ​ເປັນ ແຕ່​ພວກ​ເຮົາ​ຕ້ອງ​ລໍ​ຖ້າ​ເບິ່ງ​ຂໍ້​ມູນ​ຕໍ່​ໄປ.