ວິທະຍາຄານ ກົມມະດຳ ປະກາດເລື່ອນຊັ້ນນາຍທະຫານຈາກຊັ້ນພັນຕີຂຶ້ນພັນໂທ 6 ສະຫາຍ

1295

ວັນທີ 27 ກັນຍາ 2021, ວິທະຍາຄານ ກົມມະດຳ ໄດ້ປະກາດຊັ້ນໃຫ້ນາຍທະຫານຈາກຊັ້ນພັນຕີຂື້ນຊັ້ນພັນໂທ ໂດຍການເປັນປະທານຂອງສະຫາຍ ພັນເອກ ຖາວອນ ແກ້ວອີນທະວົງ ຫົວໜ້າການເມືອງ ວິທະຍາຄານ ກົມມະດຳ, ມີຫົວໜ້າພະແນກພະນັກງານພ້ອມດ້ວຍຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.


ສະຫາຍ ພັນໂທ ອຳພອນ ສີໂສພົດ ຫົວໜ້າພະແນກພະນັກງານ ວິທະຍາຄານ ກົມມະດຳ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການເລື່ອນຊັ້ນນາຍທະຫານຢູ່ ວິທະຍາຄານ ກົມມະດຳ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ(ສະບັບປັບປຸງ) ໃນພາກທີ່ II ໝວດທີ່ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານຈາກຊັ້ນພັນຕີຂຶ້ນພັນໂທຈຳນວນ 6 ສະຫາຍ.


ໂອກາດດັ່ງກ່າວ ສະຫາຍ ຫົວໜ້າການເມືອງ ວິທະຍາຄານ ກົມມະດຳ ໄດ້ໂອລົມຫຼາຍບັນຫາສຳຄັນຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ, ສຸມໃສ່ປັບປຸງແບບແຜນວິທີເຮັດວຽກເອົາໃຈໃສ່ຕໍ່ວຽກງານວິຊາສະເພາະເປັນຢ່າງດີ ແລະ ຊີ້ນຳນຳ-ນຳພາ,ກົມກອງເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້,ບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ແລະແບ່ງວຽກບຸກຄົນຮັບຜິດຊອບ, ສ້າງກອງທັບໃຫ້ມີຄວາມເຂັ້ມແຂງແລະທັນສະໃໝ່ຂຶ້ນເລື້ອຍໆ…


ພາບ-ຂ່າວ: ລຸນທອງ ສີບຸນເຮືອງ.