ສະມາຄົມກີລາ-ກາຍຍະກໍາ ໃນກົດໝາຍ ກີລາ-ກາຍຍະກໍາ

594

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ສະມາຄົມກີລາ-ກາຍຍະກໍາ ມີດັ່ງນີ້:
#ໝວດທີ 6 ສະມາຄົມກີລາ-ກາຍຍະກໍາ
+ມາດຕາ 82 (ປັບປຸງ) ສະມາຄົມກີລາ-ກາຍຍະກໍາ
ສະມາຄົມກີລາ-ກາຍຍະກໍາ ແມ່ນ ອົງການຈັດຕັ້ງສັງຄົມ ທີ່ຖືກສ້າງຕັ້ງຂຶ້ນ ໂດຍກະຊວງ, ອົງການ, ອົງການປົກຄອງແຂວງ, ນະຄອນຫຼວງ ແລະ ຮັບຮູ້ໂດຍກະຊວງສຶກສາທິການ ແລະ ກີລາ, ມີພາລະ ບົດບາດເຄື່ອນໄຫວ ແລະ ພັດທະນາກີລາ-ກາຍຍະກໍາ ປະເພດຕ່າງໆຂອງຕົນ.

– ສໍາລັບ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມກີລາ-ກາຍຍະກໍາ ໄດ້ກໍານົດໄວ້ໃນ ລະບຽບການຕ່າງຫາກ.
+ມາດຕາ 83 (ປັບປຸງ) ສິດ ແລະ ຫນ້າທີ່ ຂອງສະມາຄົມກີລາ-ກາຍຍະກໍາ
ສະມາຄົມກີລາ-ກາຍຍະກໍາ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:
1. ເຂົ້າຮ່ວມການສ້າງຕັ້ງ ແລະ ພັດທະນາຂະບວນການກີລາ-ກາຍຍະກໍາ ໃນບັນດາກະ ຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ;
2. ໂຄສະນາ ເຜີຍແຜ່ ໃຫ້ສັງຄົມຮູ້ໄດ້ຄຸນປະໂຫຍດຂອງກີລາ-ກາຍຍະກໍາ, ມີຄວາມມັກ ແລະ ມີນ້ໍາໃຈນັກກີລາ;

3. ສະຫນັບສະຫນູນ ການເຄື່ອນໄຫວ ແລະ ການພັດທະນາກີລາ-ກາຍຍະກໍາ ຢູ່ໃນຂະ ແຫນງການ ແລະ ທ້ອງຖິ່ນຂອງຕົນ;
4. ຮຽກໂຮມ ແລະ ເຂົ້າຮ່ວມ ກອງປະຊຸມຂອງສະມາຄົມກີລາ-ກາຍຍະກໍາ;
5. ປຸກລະດົມ, ຂົນຂວາຍ, ຊອກແຫຼ່ງທຶນ ເພື່ອເຄື່ອນໄຫວກີລາ-ກາຍຍະກໍາ ໃນສະມາຄົມ ຂອງຕົນ;
6. ເຂົ້າຮ່ວມການເຄື່ອນໄຫວ, ພົວພັນ, ຮ່ວມມືກັບການຈັດຕັ້ງກີລາ-ກາຍຍະກໍາ ຢູ່ພາຍ ໃນ ແລະ ຕ່າງປະເທດ;
7. ສະເຫນີການປະຕິບັດນະໂຍບາຍ ຫຼື ມາດຕະການ ຕໍ່ຜູ້ບໍລິຫານ ແລະ ນັກກີລາ ຕາມກົດ
ມາຍ;

8. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານກີລາ-ກາຍຍະກໍາ ໃຫ້ຂັ້ນເທິງຂອງຕົນ ຢ່າງເປັນປົກ ກະຕິ;
9. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.
ຂ່າວ: ຄໍາສອນ ຄັດຈາກກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ