ຕົວເລກຜູ້ຕິດເຊື້ອໂຄວິດ-19 ຍັງສູງ ພົບໃໝ່ 447 ກໍລະນີ, ຕິດເຊື້ອໃນຊຸມຊົນ 427 ຄົນ

700

ຕົວເລກຜູ້ຕິດເຊື້ອໂຄວິດ 19 ຍັງສູງ ມື້ນີ້ 25 ກັນຍາ 2021, ພົບຜູ້ຕິດເຊື້ອໂຄວິດ 19 ທັງໝົດ 447 ຄົນ, ນໍາເຂົ້າ 19 ຄົນ, ຊຸມຊົນ 427 ຄົນ
ໃນນັ້ນ ນະຄອນຫຼວງວຽງຈັນຫຼາຍກ່ອນໝູ່ 206 ຄົນ ແລະ ຮອງລົງມາແມ່ນ ແຂວງ ຄໍາມ່ວນ 72 ຄົນ

ທ່ານ ດຣ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 25 ກັນຍາ 2021 ວ່າ ມາຮອດທໍມື້ນີ້ເຮົາເກັບຕົວຢ່າງກວດທັງໝົດ 7.674 ຄົນ ພົບຜູ້ຕິດເຊື້ອໃໝ່ 447 ຄົນ, ນໍາເຂົ້າ 20 ຄົນ ຈາກແຂວງສະຫວັນນະເຂດ 10 ຄົນ, ສາລະວັນ 7 ຄົນ, ຄໍາມ່ວນ 1 ຄົນ ແລະ ຈໍາປາສັກ 1 ຄົນ ນະຄອນຫຼວງວຽງຈັນ 1 ຄົນ

ພົບຜູ້ຕິດເຊື້ອໃນຊຸມຊົນທັງໝົດ 427 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 206 ຄົນ, ຄໍາມ່ວນ 72 ຄົນ, ຈໍາປາສັກ 50 ຄົນ, ຫຼວງພະບາງ 41 ຄົນ, ໄຊສົມບູນ 21 ຄົນ, ສະຫວັນນະຂດ 12 ຄົນ, ແຂວງ ວຽງຈັນ 9 ຄົນ, ບໍ່ແກ້ວ 6 ຄົນ, ບໍລິຄໍາໄຊ 6 ຄົນ, ຊຽງຂວາງ 3 ຄົນ ແລະ ຫຼວງນໍາທາ 1 ຄົນ

ມາຮອດປັດຈຸບັນຍອດຜູ້ຕິດເຊື້ອສະສົມທັງໝົດ 21.527 ຄົນ, ເສຍຊີວິດສະສົມທັງໝົດ 16 ຄົນ, ກໍາລັງປິ່ນປົວຢູ່ 4.403 ຄົນ