ໜັກໜ່ວງມື້ນີ້! ພົບຜູ້ຕິດເຊື້ອໂຄວິດ-19 ເຖິງ 694ຄົນ ຊຸມຊົນນະຄອນຫຼວງເກືອບ 90%ມາຈາກໂຮງງານຕັດຫຍິບ

1340

ສະພາບການລະບາດຂອງພະຍາດໂຄວິດ-19 ໃນມື້ນີ້ແມ່ນໜັກຫຼາຍ ມື້ດຽວພົບຜູ້ຕິດເຊື້ອສູງເຖິງ 694ຄົນ ໃນນັ້ນຕິດເຊື້ອໃນຊຸມຊົນ 666ຄົນ ໂດຍນະຄອນຫຼວງວຽງຈັນມາອັນດັບໜຶ່ງ ຕິດໃນຊຸມຊົນ 563ຄົນ, ໂດຍເກືອບ 90% ແມ່ນມາຈາກໂຮງງານຕັດຫຍິບ.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸດ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 23 ກັນຍາ 2021 ໃຫ້ຮູ້ວ່າ: ມາຮອດວັນທີ​21 ກັນຍາ 2021 ໄດ້ເກັບຕົວຢ່າງກວດວິເຄາະທັງໝົດ 5.752ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 694ຄົນ ໂດຍເປັນກໍລະນີນໍາເຂົ້າ 28ຄົນ, ຕິດເຊື້ອໃນຊຸມຊົນ 666ຄົນ.

ສໍາລັບການຕິດເຊື້ອໃນຊຸມຊົນ 666 ຄົນນັ້ນ ຢູ່ນະຄອນຫຼວງວຽງຈັນ 563ຄົນ ເກືອບ 90% ແມ່ນມາຈາກໂຮງງານຕັດຫຍິບ, ຈໍາປາສັກ 46ຄົນ, ຄໍາມ່ວນ 25ຄົນ, ສະຫວັນນະເຂດ 10ຄົນ, ບໍລິຄໍາໄຊ 5ຄົນ, ຫຼວງນໍ້າທາ 5ຄົນ, ຫຼວງພະບາງ 5ຄົນ, ແຂວງວຽງຈັນ 4ຄົນ, ແຂວງຊຽງຂວາງ 2ຄົນ ແລະ ແຂວງສາລະວັນ 1ຄົນ.

ແນວໃດກໍ່ຕາມ ປັດຈຸບັນຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້; ລວມແລ້ວມາຮອດປັດຈຸບັນ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 20.646 ຄົນ, ເສຍຊີວິດສະສົມ 16ຄົນ ແລະ ມີຄົນເຈັບດໍາລັງປິ່ນປົວທັງໝົດ 4.861 ຄົນ.