ເລັ່ງກໍ່ສ້າງຕະຫຼາດຊຸມຊົນ ບ້ານຄຳທອງ ເຂດແຫຼ່ງທ່ອງທ່ຽວ ອຸທິຍານພູຜາສຸກ ໃຫ້ສຳເລັດພາຍໃນ3 ເດືອນ

254

ວັນທີ 20 ກັນຍາ ຜ່ານມາ, ການນໍາແຂວງ ສາລະວັນ ໄດ້ລົງຕິດຕາມ, ຊຸກຍູ້, ໂຄງການກໍ່ສ້າງຕະຫຼາດຊຸມຊົນບ້ານຄຳທອງ, ເມືອງສາລະວັນ ເຊິ່ງນອນໃນເຂດແຫຼ່ງທ່ອງທ່ຽວ ອຸທິຍານພູຜາສຸກ ທີ່ພວມຢູ່ໃນຂັ້ນຕອນເລີ່ມລົງມືໃນການກໍ່ສ້າງ ແລະ ຄາດວ່າຈະໃຫ້ສຳເລັດພາຍໃນ ເດືອນ ຕຸລາ 2021 ນີ້ ເພື່ອຈະເປີດບໍລິການໃຫ້ພໍ່ແມ່ປະຊາຊົນໄດ້ຊົມໃຊ້ຢ່າງເປັນທາງການ ການລົງຕິດຕາມໂຄງການໃນຄັ້ງນີ້ ນໍາໂດຍ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນໍາຂົງເຂດວັດທະນະທຳ-ສັງຄົມ, ທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

.

ໃນໂອກາດນີ້ ທ່ານ ວິລະສັກ ດວງພະຈັນ ຫົວໜ້າຂະແໜງສົ່ງເສີມວິສະຫະກິດຂະໜາດກາງ ແລະຂະໜາດນ້ອຍ ພະແນກອຸດສະຫະກຳ ແລະ ການຄ້າແຂວງສາລະວັນ ທັງເປັນກອງເລຂາຄະນະຮັບຜິດຊອບການກໍ່ສ້າງຕະຫຼາດຊຸມຊົນພູຜາສຸກ ບ້ານຄຳທອງ ເມືອງສາລະວັນ ລາຍງານໃຫ້ຮູ້ວ່າ: ການກໍ່ສ້າງແມ່ນໄດ້ເລີ່ມມາແຕ່ວັນທີ 1 ສິງຫາ 2021, ໂຄງສ້າງປະກອບດ້ວຍເບຕົງເສີມເຫຼັກ, ຂະໜາດ12 x 15,5 ແມັດ, ມຸງດ້ວຍສັງກະສີ, ມີຫ້ອງນໍ້າ 4 ຫ້ອງ, ຈຸດຕັ້ງແທ່ງນໍ້າ, ໂຊນຈັດວາງຕະຫຼາດວັນນັດ, ບ່ອນຈອດລົດດ້ານໜ້າຕະຫຼາດ, ເສັ້ນທາງເຂົ້າ-ອອກ ແລະ ຮ່ອງລະບາຍນໍ້າ ຊຶ່ງວ່າໂຄ່ງການກໍ່ສ້າງຕະຫຼາດດັ່ງກ່າວນີ້ ແມ່ນເປັນທຶນສົມທົບ ລະຫ່ວາງ ພາກລັດ-ເອກະຊົນພາຍໃນແຂວງສາລະວັນ ແລະ ຄາດວ່າຈະໄຊ້ທຶນໃນການກໍ່ສ້າງທັງໝົດປະມານ 250 ລ້ານກ່ວາກີບ.

.

ທັງນີ້ ພາຍຫຼັງກໍ່ສ້າງຕະຫຼາດແຫ່ງນີ້ສໍາເລັດແລ້ວ ຈະເປັນບ່ອນແລກປ່ຽນຊື້-ຂາຍສິນຄ້າຂອງປະຊາຊົນໃນເຂດດັ່ງກ່າວ ແລະ ໃນນີ້ອາດລວມທັງສິນຄ້າທີ່ເປັນເອກະລັກຂອງແຂວງ ແລະ ສິນຄ້າພື້ນບ້ານຂອງພໍ່ແມ່ປະຊາຊົນຊາວຄ້າ-ຂາຍ ໃຫ້ມີຄວາມສະດວກສະບາຍຫຼາຍຂື້ນໃນການຊື້ຂາຍແລກປ່ຽນສິນຄ້າຕ່າງໆ, ທັງເປັນການກະກຽມຮອງຮັບໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ຽວໃນເຂດແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກກໍ່ ຄືສະຖານທີ່ທ່ອງທ່ຽວແຫ່ງອຶ່ນໆ ພາຍໃນແຂວງສາລະວັນອີກດ້ວຍ.