ວັກຊິນມາໃໝ່ ສະປຸດນິກ ໄລ ສັກເຂັມດຽວຈົບຮອດລາວມື້ນີ້

2077

ມາອີກແລ້ວ ການຊ່ວຍເຫຼືອ ຈາກປະເທດເພື່ອນມິດ ສ. ຣັດເຊຍ ເພື່ອສະໜັບສະໜູນເປົ້າໝາຍຂອງລັດຖະລານລາວໃນການບັນລຸການສັກວັກຊິນປ້ອງກັນໂຄວິດ-19 ໃຫ້ໄດ້ 50% ຂອງພົນລະເມືອງໃນປີ 2021 ໂດຍມາຊຸດນີ້ເປັນຍີ່ຫໍ້ສະປຸດນິກອີກ ແຕ່ສັກຈົບພາຍໃນເຂັມດຽວ.

ວັກຊີນຈາກຣັດເຊຍຮອດ ສປປ ລາວ ລົງທີ່ສະໜາມບິນສາກົນວັດໄຕໃນ ມື້ນີ້ 22 ກັນຍາ 2021 ພາຍໃຕ້ຍີ່ຫໍ້ ສະປຸດນິກໄລ (Sputnik Light) ຈາກສະຫະພັນລັດເຊຍຈຳນວນ 30.000 ໂດສ ເຊິ່ງເປັນການຊ່ວຍເຫຼືອເພື່ອປະກອບສ່ວນເຂົ້າໃນການປ້ອງກັນ ໂຄວິດ-19 ແລະ ເພື່ອເຮັດໃຫ້ອັດຕາການຮັບວັກຊິນຂອງປະຊາຊົນລາວໃຫ້ບັນລຸ 50 ສ່ວນຮ້ອຍຂອງປະຊາກອນ.

ໝາຍຄວາມວ່າ ມີປະຊາຊົນກອນລາວ 30 ພັນຄົນຈະໄດ້ຮັບວັກຊິນໂຕນີ້ ແລະຈະຊ່ວຍສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍເປັນການການປ້ອງກັນໝູ່ ແລະ ຮັກສາສຸຂະພາບຂອງບຸກຄົນທີ່ໄດ້ຮັບ.