ລັອກດາວເມືອງລ້ອງຊານ ຫຼັງພົບຜູ້ຕິດເຊື້ອໂຄວິດຈາກໂຮງງານອານປີລາວ ໄດ້ເດີນທາງໄປເຮືອນດີພໍ່ເຖົ້າ

1802

ຄະນະສະເພາະກິດໂຄວິດ-19 ເມືອງລ້ອງຊານ ແຂວງໄຊສົມບູນ ອອກການແຈ້ງ ເລກທີ 029/ຄກ.ລຊ,ລົງວັນທີ 21 ກັນຍາ 2021 ເລື່ອງໃຫ້ລັອກດາວ (ປິດບ້ານ) ໃນທົ່ວເມືອງລ້ອງຊານ ແຕ່ວັນທີ 21 ກັນຍາ ຫາ 7 ຕຸລາ 2021 ເຊິ່ງຫົວໜ້າຄະນະສະເພາະກິດໂຄວິດ-19 ເມືອງແຈ້ງມາຍັງບັນດາທ່ານຫົວໜ້າຫ້ອງການ, ກົມກອງ ແລະ ນາຍບ້ານ 25 ບ້ານ ໃນທົ່ວເມືອງລ້ອງຊານ ຊາບວ່າ: ຜູ້ຕິດເຊື້ອກໍລະນີ 189, 2310 (ທ້າວ ຈັນທິ ຫວາເນັ້ງ) ເຊິ່ງເປັນຫຼານຂອງ ທ່ານ ພັດ ເຈ່ຍດົວລໍ່, ຜູ້ກ່ຽວເປັນກຳມະກອນຢູ່ໂຮງງານອານປີລາວ ໄດ້ມາງານສົບຂອງພໍ່ເຖົ້າ (ທ່ານ ພັດ ) ຢູ່ບ້ານຖ້ຳດິນ ນັບແຕ່ວັນທີ 14-16 ກັນຍາ 2021. ຈາກນັ້ນວັນທີ 19 ກັນຍາ 2021 ຜູ້ກ່ຽວໄດ້ກັບຄືນໄປຢູ່ຫ້ອງແຖວບ້ານ ໜອງວຽງຄໍາ ໄດ້ຮູ້ຂ່າວວ່າໝູ່ຢູ່ໂຮງງານກໍ່ຕິດເຊື້ອພະຍາດໂຄວິດ-19 ແລ້ວ ຕົນເອງຈຶ່ງໄປກວດຜົນອອກມາແມ່ນຕິດເຊື້ອໂດວິດ-19. ເຫັນວ່າໃນງານສົບ ແລະ ງານສົ່ງສະການຂອງທ່ານ ພັດ ຢູ່ບ້ານຖ້ຳດິນ, ຕິດພັນກັບງານສົບຂອງ ແມ່ຕູ້ບຸວ່າງ ແລະ ງານສົບຂອງນາງ ໄມຮົ່ວຢ່າງຢູ່ ບ້ານຄອນວັດ ທີ່ເກີດຂຶ້ນໃນຊ່ວງໄລຍະດຽວນັ້ນ ມີພະນັກງານ-ລັດຖະກອນ, ພໍ່ແມ່ປະຊາຊົນ ແລະ ຍາດພີ່ນ້ອງໄປຮ່ວມເປັນຈໍານວນຫຼວງຫຼາຍ ເຊິ່ງບໍ່ທັນສາມາດປະເມີນການທາມລາຍ (ການຕິດເຊື້ອ) ຢູ່ເມືອງລ້ອງຊານໄດ້.

ເພື່ອເປັນການປ້ອງກັນບໍ່ໃຫ້ແຜ່ລາມເປັນວົງກວ້າງ, ທັງເປັນໄລຍະທີ່ ຄະນະສະເພາະກິດພວມດໍາເນີນການຊອກກວດເຊື່ອ, ຈຶ່ງແຈ້ງການມາຍັງພະນັກງານຕະຫຼອດເຖິງພໍ່ແມ່ປະຊາຊົນໃນທົ່ວເມືອງລ້ອງຊານ ພ້ອມກັນຈັດຕັ້ງປະຕິບັດມາດຕະການ ດັ່ງນີ້:
1 ຫ້າມຄົນພາຍໃນເມືອງເຄື່ອນໄຫວອອກຕ່າງເມືອງ, ຕ່າງແຂວງ; ດົນຕ່າງເມືອງ, ຕ່າງແຂວງຫ້າມເຂົ້າມາເຄື່ອນໄຫວຢູ່ເມືອງລ້ອງຊານ.
2 ຫ້າມຄົນພາຍໃນເມືອງເຄື່ອນໄຫວຈາກບ້ານນີ້ເຂົ້າບ້ານອື່ນ (ຍົກເວັ້ນຜູ້ມີວຽກຈໍາເປັນແຕ່ຕ້ອງໄດ້ຜ່ານອະນຸຍາດຈາກຄະນະສະເພາະກິດໂດວິດ-19 ເມືອງ).
3 ຫ້າມຄົ້ນເຄື່ອນໄຫວຈາກຄອບຄົວນີ້ສູ່ຄອບຄົວອື່ນພາຍໃນບ້ານ.

4 ປີດທຸກງານສ້າງສັນ, ຊຸມແຊວ, ກິນດື່ມ, ງານກິລາທຸກປະເພດ, ສະຖານທີ່ບັນເທິງ, ຮ້ານຄາລາໂອເກະ, ຮ້ານສະນຸກເກີ, ຮ້ານນວດ ແລະ ການບໍລິການອື່ນໆຢູ່ສຳນັກງານອົງການ ແລະ ບ້ານພາຍໃນເມືອງ. ສໍາລັບຮ້ານອາຫານ, ຮ້ານປີ້ງ, ຮ້ານຂາຍເຄື່ອງທົ່ວໄປ, ຂາຍຜັກ ຢູ່ຕາມສະຖານທີ່ຕ່າງໆ ແມ່ນອະນຸຍາດດໍາເນີນເປັນປົກກະຕິແຕ່ຕ້ອງປະຕິບັດມາດຕະການປ້ອງກັນຢ່າງຮັບປະກັນນັບທັງຜູ້ຊື້ ແລະ ຜູ້ຂາຍ, ຫ້າມນັ່ງກິນກັບທີ່.
5 ຫ້າມຈັດງານບຸນປະເພນີທຸກປະເພດ, ສຳລັບງານສົບແມ່ນດໍາເນີນໄດ້ແຕ່ຕ້ອງໄດ້ປະສານກັບຄະນະສະເພາະກິດເມືອງ ເພື່ອເອກະພາບມາດຕະການບ້ອງກັນຢ່າງລະອຽດ.
6 ບໍ່ໃຫ້ຈັດກອງປະຊຸມທາງການທົ່ວໄປ ທີ່ມີຈຳນວນພົນເຂົ້າຮ່ວມຫຼາຍກວ່າ 20 ຄົນຂຶ້ນໄປ.
7 ຫ້າມພໍ່ຄ້າແມ່ຄ້າ ສວຍໂອກາດກັກຕຸນສິນຄ້າ, ຂຶ້ນລາຄາສິນຄ້າ ອຸປະໂພກ, ບໍລິໂພກພາຍໃນ.
8 ອະນຸຍາດໄປກວດສຸຂະພາບ ແລະ ປິ່ນປົວຢູ່ໂຮງຫມໍເມືອງ, ໂຮງໝໍແຂວງ ແລະ ໂຮງຫມສູນກາງໄດ້.

9 ອະນຸຍາດໃຫ້ພໍ່ແມ່ປະຊາຊົນໄປທໍາການຜະລິດໄດ້, ສະເພາະດອບຄົວຕົນເອງ, ບໍ່ໃຫ້ພົວພັນກັບຄອບຄົວອື່ນ.
10 ລະບົບການເຄື່ອນໄຫວວຽກລັດຖະການແມ່ນດໍາເນີນເປັນປົກກະຕິ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນທີ່ເຂັ້ມງວດພາຍໃນຫ້ອງການ; ສຳລັບພະນັກງານ-ລັດຖະກອນ, ພໍ່ແມ່ປະຊາຊົນ ຜູ້ໃດທີ່ໄດ້ສໍາພັດ ແລະ ໃກ້ສິດກັບ ທ້າວ ຈັນທີ ຫວາເນັ້ງ ໃນຊ່ວງວັນທີ 13-19 ກັນຍາ 2021 ນີ້ ໃຫ້ແຈ້ງຕໍ່ການຈັດຕັ້ງທີ່ບໍ່ສັງກັດແລ້ວ ກັກບໍລິເວນດ້ວຍຕົນເອງຢ່າງຮັບປະກັນ ແລະ ຮີບຮ້ອນມາລາຍງານແຈ້ງໃຫ້ຄະນະສະເພາະກິດຂັ້ນບ້ານ, ຂັ້ນເມືອງຊາບເພື່ອເກັບຕົວຢ່າງໄປກວດເຊື້ອ.
11 ມອບໃຫ້ຕະນະສະເພາະກິດຂັ້ນບ້ານ, ຂັ້ນເມືອງເຄື່ອນໄຫວຕິດຕາມ, ກວດກາຢ່າງເຂັ້ມງວດໂດຍມີການຕັ້ງຈຸດກວດກາຕົນພາຍໃນບ້ານ ແລະ ເມືອງ ແລະ ຖ້າບຸກຄົນ, ນິຕິບຸກຄົນໃດຝ່າຝືນແຈ້ງການສະບັບນີ້ ຈະຖືກປັບໃໝຕາມມາດຕະການຂອງຄະນະສະເພາະກິດວາງອອກ ຫຼື ກໍລະນີຫາກເກີດມີການລະບາດພະຍາດຮ້າຍແຮງຢູ່ເມືອງລ້ອງຊານ ເນື່ອງມາຈາກການເຈດຕະນາຈະຖືກດໍາເນີນຄະດີຕາມກົດໝາຍ.