ສຸກອາພອນ-ພຸດທະໄຊ 2 ນັກເຕະລາວ ທີ່ໄປຫຼິ້ນໃນລີກໄທ ກຽມກັບມາຊ່ວຍທີມຊາດລຸຍ Suzuki Cup

485

ສຸກອາພອນ ວົງຈຽງຄໍາ ແລະ ພຸດທະໄຊ ໂຄຈະເລີນ 2 ນັກເຕະລາວ ທີ່ໄປຫຼິ້ນໃຫ້ກັບສະໂມສອນໃນລີກຂອງປະເທດໄທ ກຽມຈະກັບມາຊ່ວຍ ທີມຊາດລາວ ຊຸດໃຫຍ່ ລຸຍການແຂ່ງຂັນບານເຕະຊີງແຊັມແຫ່ງຊາດອາຊຽນ ຫຼື AFF Suzuki Cup 2020 ທີ່ເລື່ອນມາແຂ່ງຂັນລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022.

ເມື່ອວັນທີ 21 ກັນຍາ 2021 ສະຫະພັນບານເຕະອາຊຽນ ( AFF ) ໄດ້ມີການຈັບສະຫຼາກແບ່ງສາຍລາຍການດັ່ງກ່າວປາກົດວ່າ: ທີມຊາດລາວ ຢູ່ກຸ່ມ B ຮ່ວມສາຍກັບ ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ແລະ ກໍາປູເຈຍ.
ຫຼັງຜົນການຈັບສະຫຼາກ ສຸກອາພອນ ເປີດເຜີຍຜ່ານເພຈ໌ບຸກທາງການຂອງ ສະຫະພັນບານເຕະແຫ່ງຊາດລາວ ວ່າ: ມີຄວາມຕື່ນເຕັ້ນຫຼາຍທີ່ລາຍການດັ່ງກ່າວກັບມາແຂ່ງຂັນອີກຄັ້ງໜຶ່ງ ເພື່ອເສື່ອມສໍາພັນລະຫວ່າງປະເທດອາຊຽນດ້ວຍ ແນ່ນອນສາຍຂອງ ທີມຊາດລາວ ເປັນສາຍທີ່ແຂງແກ່ນບໍ່ວ່າຈະເປັນຫວຽດນາມ, ມາເລເຊຍ ແລະ ອິນໂດເນເຊຍ ລວມເຖິງ ກໍາປູເຈຍ. ແຕ່ພວກເຮົາກໍພະຍາຍາມສູ້ເຕັມທີ່ເພື່ອເອົາໄຊຊະນະ ແລະ ຜ່ານເຂົ້າຮອບຕໍ່ໄປ ຝາກແຟນບານສົ່ງເຊຍແຮງໃຈໃຫ້ກັບພວກເຮົາໃນລາຍການດັ່ງກ່າວ.

ຂະນະທີ່ ພຸດທະໄຊ ໃຫ້ທັດສະນະວ່າ: ເປັນງານໜັກຂອງທີມຊາດລາວ ໂດຍສະເພາະທີມຊາດຫວຽດນາມ ເປັນທີມຊາດທີ່ມາແຮງຫຼາຍໃນໄລຍະ 2-3 ປີທີ່ຜ່ານມາ. ຢ່າງໃດກໍຕາມ, ພວກເຮົາກໍຈະສູ້ເຕັມທີ່ ແລະ ເຮັດໃຫ້ດີທີ່ສຸດ.

ສໍາລັບ ສຸກອາພອນ ປັດຈຸບັນຫຼິ້ນໃຫ້ກັບສະໂມສອນ ອຸດອນທານີ ເອັຟຊີ ໃນການແຂ່ງຂັນໄທລີກ 2, ສ່ວນ ພຸດທະໄຊ ຫຼິ້ນໃຫ້ກັບ ສະໝຸດປຣາການຊິຕີ້ ທີມໃນໄທລີກ 1 ຖືເປັນນັກເຕະທີ່ມີປະສົບການສູງຈະຊ່ວຍທີມຊາດລາວ ຊຸດໃຫຍ່ ຄັ້ງນີ້ໄດ້ຫຼາຍແນ່ນອນ.