ປກສ ແຂວງຄຳມ່ວນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບໃຊ້ສັງຄົມຢ່າງເຂັ້ມງວດ ໄລຍະມີການແຜ່ລະບາດຂອງພະຍາດໂຄວິດ-19

221

ທ່ານ ພັທ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຄຳມ່ວນ ໃນນາມຄະນະສະເພາະກິດເພື່ອປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວີດ-19 ຂັ້ນແຂວງໄດ້ໃຫ້ ສຳພາດຕໍ່ສື່ມວນຊົນທ້ອງຖິ່ນໃນວັນທີ 21 ກັນຍາ 2021.

ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນເວນຍາມຕາມຈຸດຕ່າງໆ ໃນເທດສະບານເມືອງທ່າແຂກໄລຍະແຂວງຄຳມ່ວນພວມຈັດຕັ້ງປະຕິບັດມາດຕະການເຂັ້ມງວດ ເພື່ອແກ້ໄຂບັນຫາສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ວ່າ : ພາຍຫລັງໄດ້ຮັບຄຳສັ່ງ ແຈ້ງການຂອງທ່ານເຈົ້າແຂວງ ເລກທີ 08 ວ່າດ້ວຍການເພີ່ມທະວີເຂັ້ມງວດໃນການຈັດຕັ້ງ ປະຕິບັດມາດຕະການປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນໄດ້ນຳເອົາເນື້ອໃນດັ່ງກ່າວເຜີຍແຜ່ໃຫ້ຄະນະພັກ – ຄະນະນໍາ ໃນທົ່ວກຳລັງ ເພື່ອຈັດຕັ້ງຄຳສັ່ງດັ່ງກ່າວ. ສຳລັບຄຳສັ່ງເລກທີ 08 ເປັນຄຳສັ່ງທີ່ເຂັ້ມງວດຖ້າທຽບໃສ່ຄັ່ງສັ່ງໄລຍະຜ່ານມາ ເຊິ່ງທາງກອງບັນຊາການໄດ້ແຕ່ງຕັ້ງຄະນະສະເພາະກິດ ຕ້ານ ແລະ ສະກັດກັນພະຍາໂດວິດ-19 ຂອງຂັ້ນຕົນ, ໄດ້ປຶກສາຫາລືຈັດວາງກຳລັງ ເພື່ອເຮັດແນວໃດໃຫ້ສາ ມາດຈໍາກັດການໄປມາຂອງປະຊາຊົນຕາມເສັ້ນທາງເທດສະບານເມືອງທ່າແຂກ ເຊິ່ງເປັນເຂດທີ່ມີບ້ານແດງຈຳນວນຫລາຍ.

ໃນນີ້ໄດ້ສົມທົບກັບກຳລັງປ້ອງກັນຊາດ ໂດຍສະເພາະທະຫານແຂວງ ເພື່ອຂໍກຳລັງເສີມສົມທົບກັນຕັ້ງຈຸດກວດກາ ໃນເທດສະບານແຂວງໄດ້ຕັ້ງຈຸດກວດກາ 6 ຈຸດຄື : ຈຸດບ້ານເລົ່າໂພໄຊ, ປໍ້ານໍ້າມັນໂຊກໄຊ, ໂຮງແຮມມິນດີເຈ, ໜ້າຫ້ອງວ່າການ ແລະ ຈຸດເສັ້ນທາງກຸວໍລະວົງໃນຈຳນວນຈຸດດັ່ງກ່າວນີ້ແມ່ນ ໄດ້ສົ່ງກຳລັງປະຈຳແຕ່ລະຈຸດ 6 ສະຫາຍ, ທະຫານ 2 ສະຫາຍ, ກຳລັງເຈົ້າໜ້າທີ່ແມ່ນໄດ້ເອົາໃຈໃສ່ຢ່າງ ເຂັ້ມງວດໃນການເຮັດໜ້າທີ່ຮັບໃຊ້ສັງຄົມ ໜ້າທີ່ຫລັກແມ່ນເພື່ອຈຳກັດການເຄື່ອນໄຫວຂອງມວນຊົນໃນຕົວ ເມືອງທ່າແຂກບໍ່ໃຫ້ອອກມາເລາະ ຫລື ໄປ – ມາ ອື່ນໆ ຕາມມາດຕະການເລກທີ 08 ວາງອອກ, ໃນການກວດການີ້ແມ່ນໄດ້ກວດໃບອະນຸຍາດບຸກຄົນທີ່ເຄື່ອນໄຫວໄປມາ ຖ້າບໍ່ມີໃບອະນຸຍາດຈາກການຈັດຕັ້ງ ກ່ຽວຂ້ອງ, ບໍ່ມີໃບສັກຢາແມ່ນບໍ່ອະນຸຍາດໃຫ້ເຄື່ອນໄຫວ ແລະ ໄດ້ກ່າວເຕືອນກໍລະນີດື້ດ້ານແມ່ນໄດ້ປະຕິບັດ ຕາມກົດລະບຽບ.

ຜ່ານການຈັດຕັ້ງປະຕິບັດໄລຍະ 1 ອາທິດ ນີ້ເຫັນໄດ້ວ່າພໍ່ແມ່ປະຊາຊົນມີຄວາມເຂົ້າ ໃຈໃຫ້ການຮ່ວມມື, ເກັບຕົວຢູ່ກັບເຮືອນ ເຫັນໄດ້ວ່າຕາມເສັ້ນທາງ ຕ່າງໆ ໃນເທດສະບານເມືອງທ່າແຂກ ບໍ່ມີຜູ້ຄົນສັນຈອນ ໄປ – ມາ, ມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ.

ປັດຈຸບັນມີພຽງເລັກໜ້ອຍເນື່ອງ ຈາກພະນັກງານຈຳນວນໜຶ່ງໄດ້ພັດປ່ຽນກັນໄປປະຈຳການຕາມສຳນັກງານອົງການຂອງຕົນ ແລະ ອີງໃສ່ສະພາບ ການແຜ່ລະບາດຂອງພະຍາດໂຄວິດ- 19 ຍັງສືບຕໍ່ເພີມຂຶ້ນເປັນວົງກວ້າງ ທ່ານ ພັທ ທິບພະຈັນ ໂພໄຊ ຍັງໄດ້ກ່າວຕື່ມອີກວ່າ : ຂ້າພະເຈົ້າໃນນາມຕາງໜ້າການນຳກອງບັນຊາການແຂວງ ຂໍຮຽກຮ້ອງມາຍັງອ້າຍນ້ອງ ກຳລັງ ປກສ ທຸກສະຫາຍທີ່ປະຕິບັດໜ້າທີ່ປ້ອງກັນເວນຍາມຂໍໃຫ້ອົດທົນຜ່ານຜ່າ ຕໍ່ອຸປະສັກນາໆ ປະການ, ເພື່ອເປັນເຫື່ອແຮງໃຫ້ການນຳແຂວງໃນການຄວບຄຸມມວນຊົນ, ມີຄວາມເສຍສະຫລະອົດທົນ. ສຳລັບປະຊາ ຊົນກໍ່ໃຫ້ສືບຕໍ່ອົດທົນຜ່ານຜ່າ ເພື່ອເຮັດແນວໃດໃຫ້ພວກເຮົາສາມາດເອົາສະນະໄດ້ຕໍ່ພະຍາດໂຄວິດ-19 ເພື່ອໃຫ້ວິກິດການນີ້ລົດໜ້ອຍຖອຍລົງ ກ້າວໄປເຖິງຈຸດທີ່ບໍ່ມີພະຍາດ ແລະ ສາມາດເຂົ້າສູ່ສະພາບປົກກະຕິ.